ເຮືອບິນທີ່"ຢູນນານຜະລິດ" ໄດ້ສົ່ງມອບຢ່າງເປັນທາງການ

2024-01-31 11:24:34
ມາຈາກ:

ວັນທີ 27 ມັງກອນນີ້, ຢູ່ສະໜາມບິນຕົງເຟິງມີເລີ້ຢູນນານ, ເຮືອບິນຢູນຢ້ຽນ DL-2L ຈໍານວນ 2 ລຳເຊິ່ງອອກແບບ ແລະ ຜະລິດຢ່າງເອກະລາດໂດຍບໍລິສັດເຕັກນິກເຮົ້າຊ້ຽງມີເລີ້ຈຳກັດໄດ້ຖືກມອບໃຫ້ບໍລິສັດການບິນທົ່ວໄປ ໂປເຢ (ຢູນນານ) ຈຳກັດຢ່າງເປັນທາງການ.

ເຮືອບິນປີກຄົງທີ່ຂອງ ຢູນຢ້ຽນ DL-2L ທີ່ສົ່ງມອບໃນຄັ້ງນີ້ ເປັນເຮືອບິນກິລາຂະໜາດນ້ອຍລຳດຽວທີ່ອອກແບບ ແລະ ຜະລິດເປັນເອກະລາດໃນພາກຕາເວັນຕົກສຽງໃຕ້ຂອງຈີນ ແລະ ໄດ້ຮັບໃບຮັບຮອງປະເພດ (TC) ແລະ “ໃບອະນຸຍາດການຜະລິດ (PC)” ຈາກກົມການບິນພົນລະເຮືອນຈີນ, ເຮືອບິນນີ້ຍັງເປັນເຮືອບິນປະເພດກິລາທີ່ມີອັດຕາການຜະລິດພາຍໃນປະເທດເອງສູງສຸດໃນປະເທດຈີນ.

ໃນອະນາຄົດ, ນັກທ່ອງທ່ຽວ ແລະ ພົນລະເມືອງສາມາດຝຶກຊ້ອມ ແລະ ສຶກສາຢູ່ສະໜາມບິນ ຕົງເຟິງມີເລີ້ທີ່ຕັ້ງຢູ່ເມືອງມີເລີ້ກິ່ງແຂວງປົກຄອງຕົນເອງຊົນເຜົ່າຮານີຮົງເຫີແຂວງຢູນນານປະເທດຈີນ, ໄດ້ຮັບໃບອະນຸຍາດນັກບິນກິລາ, ແລະ ຂັບເຮືອບິນທີ່"ຢູນນານຜະລິດ"ຂຶ້ນເທິງທ້ອງຟ້າ.

ແຫຼ່ງຂ່າວ: ເວບໄຊຢູນນານ

ເຮືອບິນທີ່"ຢູນນານຜະລິດ" ໄດ້ສົ່ງມອບຢ່າງເປັນທາງການ