ເປົ້າໝາຍສະເພາະໃນປີ 2024 ແລະ ຄວາມຄາດຫວັງຕໍ່ອະນາຄົດຂອງແຂວງຢູນນານ

2024-01-31 11:26:59
ມາຈາກ:

ແຕ່ວັນທີ 23-28 ມັງກອນ 2024, ແຂວງຢູນນານໄດ້ດຳເນີນກອງປະຊຸມສອງສະພາ(ສະພາຜູ້ແທນປະຊາຊົນແຂວງຢູນນານ ສະໄໝ 14 ຄັ້ງທີ 2 ,ສະພາປຶກສາການເມືອງແຂວງຢູນນານ ສະໄໝ 13 ຄັ້ງທີ 2). ກວດກາຄືນວຽກງານໃນຂົງເຂດຕ່າງໆໃນປີ 2023 ແລະ ວາງເປົ້າໝາຍຕໍ່ວຽກງານໃນປີ 2024 ແລະ ອະນາຄົດ.ປີ 2024, ແຂວງຢູນນານຈະຊຸກຍູ້ການພັດທະນາ ແບບກ້າວກະໂດດຄຸນນະພາບສູງຈາກຫຼາຍດ້ານ.


ເສດຖະກິດ
ມູນຄ່າເພີ່ມຂອງອຸດສາຫະກຳຂັ້ນຕົ້ນຈະເພີ່ມຂຶ້ນຫຼາຍກວ່າ 5%,
ລາຍຮັບຈາກການທ່ອງທ່ຽວທັງຫມົດເກີນ 1.500 ຕື້ຢວນ
ເລັ່ງລັດການກໍ່ສ້າງ 7 ເຂດພັດທະນາແຫ່ງແຂວງດ້ວຍມູນຄ່າ 100 ຕື້ຢວນ, ແລະ ເສີມຂະຫຍາຍ 9 ພື້ນຖານສາທິດຂະແໜງການເປັນອຸດສາຫະກຳແບບໃໝ່ແຫ່ງຊາດ.
ລາຍຮັບການດຳເນີນງານຂອງອຸດສາຫະກຳຫຼັກຂອງເສດຖະກິດດິຈິຕອນເພີ່ມຂຶ້ນຫຼາຍກວ່າ 15%

ການບໍລິໂພກ
ໄດ້ເປີດຕົວໂຄງການອຸດສາຫະກໍາຫຼາຍກວ່າ 115 ໂຄງການ ມູນຄ່າຫຼາຍກ່ວາ 1 ຕື້ຢວນ
ການລົງທຶນທາງດ້ານອຸດສາຫະກໍາກວມເອົາຫຼາຍກວ່າ 50% ຂອງການລົງທຶນ
ເລັ່ງລັດການກໍ່ສ້າງ ແລະ ດັດແປງຕໍ່ໂຄງການເຊັ່ນ: ທາງລົດໄຟຕ້າລີ-ຣູຍລີ ແລະ ທາງລົດໄຟຄວາມໄວສູງຈຸງກິ່ງ-ຄຸນໝິງ, ພ້ອມທັງກໍ່ສ້າງ, ດັດແປງ, ຂະຫຍາຍສະໜາມບິນ 6 ແຫ່ງ.
ສຳຫຼວດຈຸດເຕີບໂຕການບໍລິໂພກ ເຊັ່ນ: ເຮືອນອັດສະລິຍະ, ງານກິລາ, ແລະ “ຜະລິດຕະພັນທີ່ທັນສະໄໝ” ພາຍໃນປະເທດ

ລະດັບສູງຂອງການເປີດປະຕູສູ່ພາຍນອກ
ສ້າງຮູບແບບການພັດທະນາເຂດອຸດສາຫະກຳເຂດຊາຍແດນ “2+3+N” (ນັ້ນແມ່ນ
ນຳເອົາສວນອຸດສາຫະກຳຍົກຍ້າຍໃນນະຄອນຄຸນໝິງ ແລະ ນະຄອນຊຸຈິງເປັນທິດທາງ, ໂດຍສຸມໃສ່ໄປທີ່ສວນອຸດສາຫະກຳເຂດຊາຍແດນໃນເມືອງບໍ່ຫານ, ເມືອງຣູຍລີ, ເມືອງເຫີໂຄວ,
ພ້ອມທັງວາງແຜນສ້າງສວນອຸດສາຫະກຳອັນສຳຄັນຈຳນວນຫຼາຍໃນທົ່ວແຂວງຢູນນານ)
ກໍ່ສ້າງສູນປະຕິບັດງານທາງກາຍະພາບ ແລະ ການຈັດຕັ້ງຂອງແລວທາງບົກແລະທາງທະເລສາກົນສຳລັບມະຫາສະໝຸດອິນເດຍ
ການກໍ່ສ້າງດ່ານຊາຍແດນອັດສະລິຍະທີ່ມີມາດຕະຖານຢູນນານ
ປະດິດສ້າງໃໝ່ຮູບແບບການພັດທະນາເປັນແບບເອກະພົບ “ສະແດງ+ເຂົ້າສາງ+ຖ່າຍທອດໂຄສະນາຈຳໜ່າຍສິນຄ້າໂດຍກົງ” ຂອງການຄ້າອິເລັກໂຕລນິກຂ້າມແດນ

ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສຶກສາ
ເສີມຂະຫຍາຍບົດບາດຕົ້ນຕໍຂອງວິສາຫະກິດໃນດ້ານນະວັດຕະກຳທາງວິທະຍາສາດ ແລະ ເຕັກໂນໂລຊີ, ດ້ວຍວິສາຫະກິດທີ່ມີນະວັດຕະກຳທາງວິທະຍາສາດ ແລະ ເຕັກໂນໂລຊີຫຼາຍກ່ວາ 3.500 ແຫ່ງ
ມຸ່ງໝັ້ນສ້າງເວທີນະວັດຕະກຳແຫ່ງຊາດໃນຂົງເຂດແນວພັນທັນຍາຫານທາງຊີວະພາບ, ໂລຫະທີ່ຫາຍາກ ແລະ ມີຄ່າ, ແລະ ຄວາມໝັ້ນຄົງດ້ານນິເວດວິທະຍາ
ສ້າງມາດຕະຖານການກໍານົດ ແລະ ລາຍການວຽກຂອງບຸກຄະລາກອນ
ປະຕິບັດແຜນການຝຶກອົບຮົມບຸກຄະລາກອນທີ່ມີທັກສະສູງ

ກະສິກຳ, ຊົນນະບົດ, ຊາວນາ
ສ້າງກົນໄກການຊ່ວຍເຫຼືອເປັນປົກກະຕິໃຫ້ປະຊາຊົນຜູ້ມີລາຍຮັບຕ່ຳຢູ່ຊົນນະບົດ ແລະ ເຂດດ້ອຍພັດທະນາ
ໄດ້ດຳເນີນການຝຶກອົບຮົມທັກສະໃຫ້ປະຊາຊົນ 500.000 ເທື່ອຄົນ, ການຝຶກອົບຊາວກະສິກອນມືອາຊີບໜ້າໃໝ່ຢ່າງແຂງແຮງ, ຍົກຍ້າຍກວ່າ 3,2 ລ້ານຄົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກເພື່ອຊອກຫາວຽກເຮັດງານທຳ
ລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງປະຊາກອນໃນຊົນນະບົດເພີ່ມຂຶ້ນຫຼາຍກວ່າ 6%
ສ້າງ 100 ຕົວເມືອງສີຂຽວ ແລະ ສວຍງາມ, 200 ບ້ານສີຂຽວ ແລະ ສວຍງາມ, ແລະ 50 ແມ່ນ້ຳ ແລະທະເລສາບສີຂຽວ ແລະ ສວຍງາມ

 

ແຫຼ່ງຂ່າວ:ໜັງສືພິມລາຍວັນຢູນນານ

ເປົ້າໝາຍສະເພາະໃນປີ 2024 ແລະ ຄວາມຄາດຫວັງຕໍ່ອະນາຄົດຂອງແຂວງຢູນນານ