ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວເປີດດໍາເນີນທຸລະກິດຢ່າງເປັນທາງການ

2024-02-01 10:51:28
ມາຈາກ:

ວັນທີ 29 ມັງກອນ 2024 ,ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ(EDL-T) ເປີດດໍາເນີນທຸລະກິດຢ່າງເປັນທາງການ. ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວແມ່ນຮ່ວມທຶນສ້າງສາລະຫວ່າງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈຳກັດກັບລັດວິສາຫະກິດໄຟຟ້າລາວ. ພາຍໃຕ້ການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດຖະບານລາວ, ບໍລິສັດດັ່ງກ່າວຈະເປັນຜູ້ປະຕິບັດລະບົບຕາຂ່າຍໄຟຟ້າແຫ່ງຊາດຂອງລາວ, ຈະຮັບຜິດຊອບການລົງທຶນ, ກໍ່ສ້າງ ແລະ ດຳເນີນງານຕາຂ່າຍໄຟຟ້າທີ່ມີຂະໜາດ 230 ກິໂລໂວນ ຂຶ້ນໄປຂອງລາວ ແລະ ໂຄງການເຊື່ອມໂຍງເຊື່ອມຕໍ່ຂ້າມຊາຍແດນກັບປະເທດອ້ອມຂ້າງ ເພື່ອບໍລິການສົ່ງໄຟຟ້າທີ່ມີຄວາມປອດໄພ, ໝັ້ນຄົງ ແລະ ຍືນຍົງໄດ້ໃນລາວ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວເປັນໂຄງການຮ່ວມມືທີ່ສຳຄັນໃນຂົງເຂດພະລັງງານໄຟຟ້າ ລະຫວ່າງລາວ-ຈີນ, ເຊື່ອວ່າຫຼັງຈາກບໍລິສັດໄດ້ເປີດການດຳເນີນທຸລະກິດຢ່າງເປັນທາງການ, ຜ່ານການຮ່ວມມືອັນເຂັ້ມແຂງ ລະຫວ່າງບໍລິສັດໄຟຟ້າສອງປະເທດລາວ-ຈີນ ຈະຊຸກຍູ້ການດຳເນີນງານເຮັດໃຫ້ລະບົບໄຟຟ້າແຫ່ງຊາດລາວມີຄວາມໝັ້ນຄົງ ແລະ ມີສະຖຽນລະພາບ, ຍົກສູງຄວາມສາມາດການແຂ່ງຂັນດ້ານພະລັງງານໄຟຟ້າຂອງລາວໃນພາກພື້ນ, ສົ່ງເສີມການພັດທະນາຂະແໜງການອື່ນໆ, ແລະ ເສີມຂະຫຍາຍບົດບາດອັນສຳຄັນໃນດ້ານພະລັງງານໄຟຟ້າສຳລັບການພັດທະນາເສດຖະກິດແຫ່ງຊາດລາວ.

ທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວເປັນຜົນສຳເລັດອັນໃຫຍ່ຫຼວງ ໃນຂົງເຂດເຊື່ອມໂຍງເຊື່ອມຕໍ່ກັນລະຫວ່າງລາວ-ຈີນ, ການເຂົ້າສູ່ການດຳເນີນງານຢ່າງເປັນທາງການຈະຊຸກຍູ້ການພັດທະນາຢ່າງມີປະສິດທິຜົນໃນການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງສອງປະເທດ.

ທ່ານ ເມິ້ງເຈິ້ນຜີງ ປະທານບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈຳກັດກ່າວວ່າ: ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວໄດ້ກ້າວເຂົ້າສູ່ການດຳເນີນທຸລະກິດຢ່າງເປັນທາງການ, ເປັນບາດກ້າວໃໝ່ແຫ່ງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດພະລັງງານໄຟຟ້າ ລະຫວ່າງຈີນ-ລາວ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈຳກັດຈະແບ່ງປັນປະສົບການດ້ານເຕັກນິກ ແລະ ການບໍລິຫານຢ່າງຕັ້ງໜ້າ ເພື່ອ ສ້າງໂຄງການນີ້ໃຫ້ເປັນຕົວແບບໃນການປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານໄຟຟ້າກັບສາກົນ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວກ່າວວ່າ: ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວເປີດການດຳເນີນທຸລະກິດຢ່າງເປັນທາງການເປັນບາດກ້າວທີ່ສຳຄັນໃນການປະຕິຮູບຂະແໜງພະລັງງານໄຟຟ້າ ຂອງລາວ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດລະຫວ່າງລາວກັບປະເທດເພື່ອນບ້ານຫຼາຍຂື້ນ. ສົ່ງເສີມພະລັງງານສະອາດຂອງລາວ ການນຳໃຊ້ຢ່າງສົມເຫດສົມຜົນ, ມີປະສິດທິພາບສູງ ແລະ ເປັນລະບຽບຮຽບຮ້ອຍ ເພື່ອສົ່ງເສີມການພັດທະນາທີ່ທຸກຝ່າຍຮ່ວມກັນເປັນຜູ້ຊະນະ.

ແຫຼ່ງຂ່າວ: ເວບໄຊປະຊາຊົນຈີນ

ນັກຂ່າວ: ຊຸນກວາງຢົງ ຢິນອູຈິນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວເປີດດໍາເນີນທຸລະກິດຢ່າງເປັນທາງການ