ການຖະແຫຼງ 10 ຂ່າວເດັ່ນກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ 2023

2024-02-02 09:47:41
ມາຈາກ:

ວັນທີ 31 ມັງກອນນີ້, ການຖະແຫຼງ 10 ຂ່າວເດັ່ນຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2023 ແລະ ກິດຈະກຳສະເຫຼີມສະຫຼອງບຸນກຸດຈີນ "ແບບແຜນຊີວິດຢູ່ຢຸນນານ" ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ໂດຍສູນການສື່ສານອາຊີ-ປາຊີຟິກຂອງກຸ່ມພິມຈຳໜ່າຍສາກົນຈີນ, ຫ້ອງການຖະແຫຼງຂ່າວຂອງອົງການປົກຄອງແຂວງຢູນນານ, ແລະ ສູນການສື່ສານພາກພື້ນອາຊີໃຕ້-ອາຊີຕາເວັນອອກສຽງໃຕ້.

10 ຂ່າວເດັ່ນຂອງປີ2023ທີ່ຖືກຄັດເລືອກໃນຄັ້ງນີ້ຄື: ຫົວໜ້າການທູດແຫ່ງລັດນຳພາທິດທາງ, ການສ້າງຄູ່ຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີການພັດທະນາຢ່າງເລິກເຊິ່ງ ແລະ ໝັ້ນຄົງ; ການແລກປ່ຽນຢ່າງໃກ້ຊິດໃນລະດັບສູງລະຫວ່າງ 6 ປະເທດ, ປະສານງານກັນ ແລະເຊື່ອໃຈເຊິ່ງກັນແລະກັນໄດ້ນຳໄປສູ່ການພັດທະນາຢ່າງເປັນລະບຽບຮຽບຮ້ອຍຂອງການຮ່ວມມືໃນຫຼາຍຂົງເຂດ; ການຟື້ນຕົວດ້ານເສດຖະກິດມີທ່າອຽງທີ່ດີ, ແຖບການພັດທະນາເສດຖະກິດເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຜົນສໍາເລັດໃນການກໍ່ສ້າງຢ່າງຕັ້ງໜ້າ; ໄດ້ສ້າງສະພາບແວດລ້ອມແຫ່ງການພັດທະນາທີ່ມີຄວາມປອດໄພກວ່າ ແລະ ສ້າງເຂດທົດລອງຂໍ້ລິເລີ່ມດ້ານຄວາມປອດໄພທົ່ວໂລກ; ການຮ່ວມມືໃນຂົງເຂດດິຈິຕອນໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ, ຊຸກຍູ້ຂະບວນການໃໝ່ໃຫ້"ເສັ້ນທາງສາຍໄໝດິຈິຕອນ"; ການແລກປ່ຽນວັດທະນະທຳທີ່ອຸດົມສົມບູນ ແລະ ມີສີສັນພິເສດໄດ້ຮັດແໜ້ນຄວາມຮູ້ສຶກຂອງ 6 ປະເທດໃຫ້ແໜ້ນແຟ້ນ; ຮ່ວມກັນສ້າງສາບ້ານເກີດເມືອງນອນໃຫ້ຂຽວສົດງົດງາມ, ຊຸກຍູ້ການພັດທະນາແບບຍືນຍົງຂອງພາກພື້ນ, ການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນເພີ່ມພູນຄູນສ້າງຄວາມຜາສຸກ, ປູທາງໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຢ່າງຮ່ວມກັນ, ການຮ່ວມມືດ້ານກະສິກຳນັບມື້ນັບຂະຫຍາຍຕົວ, ໄດ້ຮັບໝາກຜົນອັນຫວານຊື່ນຢູ່ໂຕະກິນລ້ຽງຂອງທຸກປະເທດ; ເຕົ້າໂຮມພູມປັນຍາ ແລະ ພະລັງແຮງຂອງຊາວໜຸ່ມ, ຕ້ອນຮັບອະນາຄົດໃໝ່ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ

ນັກຂ່າວ: ລົວຈີຢູ ຈ່າງຣົວກູ ຊູຕົ່ງຮວາ

ການຖະແຫຼງ 10 ຂ່າວເດັ່ນກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ 2023