ສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-02-02 09:48:48
ມາຈາກ:

ວັນທີ 31 ມັງກອນນີ້, ກິດຈະກຳຂອງສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ໄດ້ຮັບການລິເລີ່ມ ແລະ ສ້າງຕັ້ງຮ່ວມກັນໂດຍສູນການສື່ສານພາກພື້ນອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ຂອງແຂວງຢຸນນານ ແລະ ສາຂາອາຊີ-ປາຊີຟິກສຳນັກງານໜັງສືພິມລາຍວັນຈີນ. ຊຶ່ງໄດ້ເຊື້ອເຊີນສື່ມວນຊົນກະແສຫຼັກ, ສະມາຄົມນັກຂ່າວ ແລະ ອົງການຂ່າວຈາກປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ແລະ ບັນດາປະເທດທີ່ກ່ຽວຂ້ອງເຂົ້າຮ່ວມ.

21 ໂຄງການງວດທຳອິດຂອງສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ໄດ້ເປີດໃນກິດຈະກຳຄັ້ງນີ້, ແລະ ໄດ້ເປີດເຜີຍແຜນການດຳເນີນງານ 2024 ຂອງສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ໃນປີ 2024, ສູນການສື່ສານພາກພື້ນອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ຂອງແຂວງຢຸນນານຈະຮ່ວມມືກັບວິສາຫະກິດທີ່ກ່ຽວຂ້ອງ ແລະ ສື່ມວນຊົນກະແສຫຼັກຈາກປະເທດໄທ, ກຳປູເຈຍ, ລາວ, ເນປານ ແລະ ປະເທດອື່ນໆກ່ຽວກັບການສົ່ງຂ່າວເຊິ່ງກັນແລະກັນ, ການຖ່າຍຮູບວິດີໂອ, ກິດຈະກຳແລກປ່ຽນວັດທະນະທຳ, ພັດທະນາການຜະລິດ ແລະ ຄວາມຄິດສ້າງສັນໃນການສົ່ງເສີມການທ່ອງທ່ຽວເຊີງວັດທະນະທໍາ ແລະ ໂຄງການອື່ນໆ.

“ການຮ່ວມມືດ້ານສື່ມວນຊົນຈະລົງເລິກສາຍພົວພັນລະຫວ່າງປະຊາຊົນລາວ-ຈີນ”, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າກົມໂຄສະນາສູນກາງພັກປະຊາຊົນປະຕິວັດລາວ ແລະ ບັນນາທິການໃຫຍ່ຂອງໜັງສືພິມ“ປະຊາຊົນ”ໃຫ້ຮູ້ວ່າ: ນັບແຕ່ປີ 2014 ເປັນຕົ້ນມາ, ໜັງສືພິມ“ປະຊາຊົນ”ຂອງລາວ ກັບ ກຸ່ມກິດຈະການໜັງສືພິມລາຍວັນຢູນນານໄດ້ດຳເນີນການຮ່ວມມືຢ່າງແໜ້ນແຟ້ນ ແລະ ຮ່ວມກັນເປີດໜັງສືພິມ “ຈີນ-ຢູນໜານ” ສະບັບພິເສດ, ເພື່ອສະແດງການພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງລາວ-ຈີນໃຫ້ຜູ້ອ່ານຢູ່ລາວ ແລະ ປະເທດຕ່າງໆ, ແນະນຳຂໍ້ມູນຂ່າວສານ ແລະ ສະຖານະການຢູ່ແຂວງຢູນນານຂອງຈີນ. ທ່ານ ວັນໄຊ ຕະວິນຍານ ເຫັນວ່າ, ສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ໄດ້ສ້າງຕັ້ງຂຶ້ນຈະສະໜອງພື້ນທີ່ຢ່າງກວ້າງຂວ້າງໃຫ້ແກ່ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ວັນນັ້ນ, ໄດ້ໄຂເຮືອນນັກຂ່າວອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ

ນັກຂ່າວ: ລົວຈີຢູ ຈ່າງຣົວກູ ຊູຕົ່ງຮວາ

ສະມາຄົມສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ