ຈຳນວນຄົນທີ່ໄປມາໃນທົ່ວປະເທດຈີນໃນໄລຍະບຸນກຸດຈີນມີຫຼາຍກວ່າ 2 ຕື້ເທື່ອຄົນ

2024-02-07 15:08:13
ມາຈາກ:CRI

ປີ 2024, ຕົວເລກຂໍ້ມູນຈາກໜ່ວຍງານສະເພາະການຂົນສົ່ງສັງລວມໃນໄລຍະບຸນກຸດຈີນສະແດງໃຫ້ເຫັນວ່າ: ວັນທີ 5 ກຸມພານີ້, ຄາດວ່າຈຳນວນຄົນທີ່ໄປມາຂ້າມເຂດແຄ້ວນໃນທົ່ວປະເທດຈະມີຫຼາຍກວ່າ 196 ລ້ານເທື່ອຄົນ. ໃນນັ້ນ, ຈຳນວນຄົນທີ່ໄປມາຜ່ານທາງຫຼວງຈະຫຼາຍກວ່າ 180 ລ້ານເທື່ອຄົນ, ການຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟຈະມີເຖິງ12,4 ລ້ານເທື່ອຄົນ, ຜ່ານທາງນ້ຳຈະມີເຖິງ 620.000 ເທື່ອຄົນ, ຜ່ານທາງອາກາດຈະມີເຖິງ 2,18 ລ້ານເທື່ອຄົນ.

ນັບແຕ່ເຂົ້າສູ່ການຂົນສົ່ງໃນໄລຍະບຸນກຸດຈີນມານີ້, ຈຳນວນຄົນທີ່ໄປມາຂ້າມເຂດແຄ້ວນໃນທົ່ວປະເທດຈີນມີຫຼາຍກວ່າ 2 ຕື້ເທື່ອຄົນ. ຍ້ອນອາກາດໜາວ, ມີຝົນແລະຫິມະຕົກຢ່າງຕໍ່ເນື່ອງ, ເສັ້ນທາງລົດໄຟຄວາມໄວສູງຫຼາຍແຫ່ງແລະທາງດ່ວນຢູ່ຫຼາຍແຂວງແລະເຂດແຄ້ວນໄດ້ຮັບຜົນກະທົບ, ດັ່ງນັ້ນ ພາກສ່ວນຄົມມະນາຄົມຈຶ່ງເຕືອນໃຫ້ຜູ້ໂດຍສານຈົ່ງຕິດຕາມຂ່າວສານຕ່າງໆກ່ອນການອອກເດີນທາງ ແລະ ວາງແຜນການອອກເດີນທາງຢ່າງເໝາະສົມ.

ຈຳນວນຄົນທີ່ໄປມາໃນທົ່ວປະເທດຈີນໃນໄລຍະບຸນກຸດຈີນມີຫຼາຍກວ່າ 2 ຕື້ເທື່ອຄົນ