ປະລິມານການມອບສິດພືດກະສິກຳແນວພັນໃໝ່ມີຫຼາຍກວ່າ 30.000 ເລື່ອງ

2024-02-07 15:14:11
ມາຈາກ:CRI

ວັນທີ 5 ກຸມພານີ້, ກະຊວງກະສິກຳແລະວຽກງານຊົນນະບົດຈີນໃຫ້ຮູ້ວ່າ: ນັບແຕ່ຈີນສ້າງລະບຽບການປົກປ້ອງແນວພັນໃໝ່ຂອງພືດເມື່ອປີ 1997 ເປັນຕົ້ນມາ, ປະລິມານການຮ້ອງຂໍມອບສິດມີເຖິງ 76.914 ເລື່ອງ, ນັບລວມແລ້ວໄດ້ມອບສິດຫຼາຍກວ່າ 30.000 ເລື່ອງ, ແນວພັນບົ່ມເພາະດ້ວຍຕົນເອງໄດ້ກວມເອົາເກືອບ 94%, ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນຈາກແຫຼ່ງກຳເນີດ. ອີງຕາມຕົວເລກສະຖິຕິ, ປັດຈຸບັນ, ເຂົ້ານາ, ເຂົ້າບະເລ, ສາລີ ແລະ ໝາກຖົ່ວເຫຼືອງທີ່ມີເນື້ອທີ່ປູກຝັງກວ້າງຂວາງເປັນ 10 ອັນດັບຕົ້ນໃນທົ່ວປະເທດຈີນ, ແນວພັນໄດ້ຮັບການມອບສິດມີເຖິງ 90%, ໃນນັ້ນມີ 98% ແມ່ນແນວພັນບົ່ມເພາະດ້ວຍຕົນເອງ.

ປະລິມານການມອບສິດພືດກະສິກຳແນວພັນໃໝ່ມີຫຼາຍກວ່າ 30.000 ເລື່ອງ