ການພັດທະນາຊົນນະບົດໃຫ້ຈະເລີນໄດ້ເປັນຫົວຂໍ້ຫຼັກໃໝ່ໃນເອກະສານເລກ 1 ຂອງສູນກາງ

2024-02-07 15:15:11
ມາຈາກ:CRI

ວັນທີ 3 ກຸມພານີ້, ສູນກາງພັກຄອມມູນິດຈີນແລະລັດຖະບານຈີນໄດ້ເຜີຍແຜ່ເອກະສານເລກ 1 ຂອງສູນກາງ 2024 ພາຍໃຕ້ຫົວຂໍ້ຫຼັກທີ່ວ່າ: ຖອດຖອນຮ່ຳຮຽນແລະໝູນໃຊ້ບົດຮຽນຂອງໂຄງການ “ສ້າງພັນບ້ານເປັນບ້ານຕົວແບບ, ປັບປຸງໝື່ນບ້ານໃຫ້ດີຂຶ້ນ”, ສຸມກຳລັງຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານເຂັ້ມແຂງແລະມີປະສິດທິຜົນ.

ໃນກອງປະຊຸມວຽກງານຊົນນະບົດສູນກາງທີ່ໄດ້ຈັດຂຶ້ນໃນທ້າຍປີ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວວ່າ: ຊຸກຍູ້ຄວາມທັນສະໄໝແບບຈີນ, ຕ້ອງຍຶດໝັ້ນຮັດແໜ້ນພື້ນຖານຂອງກະສິກຳຢ່າງບໍ່ລົດລະ, ຕ້ອງຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ. ຢາກໃຫ້ຊົນນະບົດມີຄວາມຈະເລີນ ກໍຕ້ອງພັດທະນາວັດທະນະທຳຂອງຊົນນະບົດ.

ປີ 2005, ຈີນໄດ້ເຜີຍແຜ່ເອກະສານເລກ 1 ຂອງສູນກາງໂດຍຮຽກຮ້ອງໃຫ້ເພີ່ມທະວີປະຕິບັດໂຄງການສ້າງສາວັດທະນະທຳທີ່ສຳຄັນຢູ່ໃນຊົນນະບົດ, ປັບປຸງລະບົບການບໍລິການສາທາລະນະດ້ານວັດທະນະທຳຊົນນະບົດໃຫ້ສົມບູນຂຶ້ນ, ສົ່ງເສີມກຳລັງສັງຄົມເຂົ້າຮ່ວມການສ້າງສາວັດທະນະທຳຢູ່ຊົນນະບົດ. ຈາກນັ້ນມາເກືອບ 20 ປີ, ຄຳວ່າ “ວັດທະນະທຳ” ກໍບໍ່ເຄີຍຂາດໃນເອກະສານເລກ 1 ຂອງສູນກາງ. ປີ 2024, ຄຳວ່າ “ຊົນນະບົດ BA”(ການແຂ່ງຂັນບານບ້ວງຢູ່ຊົນນະບົດ) ແລະ “ຊຸບເປີລີກຊົນນະບົດ”(ການແຂ່ງຂັນບານເຕະຢູ່ຊົນນະບົດ) ທີ່ໄດ້ຮັບຄວາມນິຍົມສູງໃນສອງປີມານີ້ ໄດ້ປະກົດຢູ່ໃນເອກະສານເລກ 1 ເປັນຄັ້ງທຳອິດ, ນີ້ແມ່ນຂີດໝາຍຂອງການພັດທະນາວັດທະນະທຳຊົນນະບົດ ແລະກໍເປັນການສ່ອງແສງຢ່າງມີຊີວິດຊີວາໃຫ້ເຫັນເຖິງການຍຶດໝັ້ນໃຫ້ຊາວກະສິກອນເປັນຫຼັກໃນການພັດທະນາຊົນນະບົດໃຫ້ຈະເລີນ.

ການພັດທະນາຊົນນະບົດໃຫ້ຈະເລີນໄດ້ເປັນຫົວຂໍ້ຫຼັກໃໝ່ໃນເອກະສານເລກ 1 ຂອງສູນກາງ