ເປີດປີແລກປ່ຽນວັດທະນະທໍາຈີນ-ອາຊຽນ 2024 ຢູ່ນະຄອນຟູໂຈ່ວຂອງຈີນ

2024-02-07 15:19:08
ມາຈາກ:CRI

ພິທີເປີດປີແລກປ່ຽນວັດທະນະທໍາຈີນ-ອາຊຽນ 2024 ໄດ້ຈັດຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນຈີນເມື່ອວັນທີ 2 ກຸມພານີ້. ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ສົ່ງສານຊົມເຊີຍເຖິງພິທີເປີດງານດັ່ງກ່າວ. ບຸກຄົນສໍາຄັນທາງການເມືອງຂອງປະເທດສະມາຊິກອາຊຽນ, ທູຕານຸທູດປະຈຳຈີນ, ຜູ້ຮັບຜິດຊອບຂອງອົງການຈັດຕັ້ງມິດຕະພາບພ້ອມດ້ວຍຜູ້ຕາງໜ້າຈາກວົງການເສດຖະກິດ, ຄັງປັນຍາ, ສື່ມວນຊົນ, ເມືອງແຮກສ່ຽວ ແລະອື່ນໆ 300 ກວ່າຄົນໄດ້ເຂົ້າຮ່ວມພິທີເປີດປີແລກປ່ຽນວັດທະນະທໍາຈີນ-ອາຊຽນ 2024.

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວໄດ້ກ່າວຄໍາປາໄສໃນພິທີເປີດວ່າ: ເຊື່ອໝັ້ນວ່າຜ່ານກົນໄກທີ່ມີປະສິດທິຜົນ ແລະ ການຮ່ວມມືທີ່ແໜ້ນແຟ້ນລະຫວ່າງອາຊຽນ-ຈີນ, ສອງຝ່າຍຈະໄດ້ຮັບຜົນສໍາເລັດການຮ່ວມມືຫຼາຍຂຶ້ນກວ່າເກົ່າ, ພ້ອມທັງເຮັດໃຫ້ພາກພື້ນອາຊຽນ-ຈີນກາຍເປັນພາກພື້ນທີ່ມີການແລກປ່ຽນດ້ານວັດທະນະທໍາ ແລະ ມີການເຊື່ອມໂຍງເຊື່ອມຈອດກັນທີ່ສະໜິດແໜ້ນ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນກວ່າເກົ່າ.

ເດືອນກັນຍາປີ 2023, ຜູ້ນໍາຈີນ-ອາຊຽນໄດ້ເປັນເອກະພາບກັນກໍານົດປີ 2024 ເປັນປີແລກປ່ຽນວັດທະນະທໍາຈີນ-ອາຊຽນ.

ເປີດປີແລກປ່ຽນວັດທະນະທໍາຈີນ-ອາຊຽນ 2024 ຢູ່ນະຄອນຟູໂຈ່ວຂອງຈີນ