ເຂດຜະລິດທັນຍາຫານຕົ້ນຕໍຂອງຈີນລວມໄດ້ເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນ 2023 ຫຼາຍກວ່າ 140 ລ້ານໂຕນ

2024-02-07 15:26:38
ມາຈາກ:

ວັນທີ 6 ກຸມພານີ້, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ເຂດຜະລິດທັນຍາຫານຕົ້ນຕໍຂອງຈີນໄດ້ເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນ 2023 ຫຼາຍກວ່າ 140 ລ້ານໂຕນ, ສຳເລັດການເກັບຊື້ປະມານ 70%. ເນື່ອງໃນໂອກາດບຸນກຸດຈີນໃກ້ຈະວຽນມາເຖິງ, ຜະລິດຕະພັນສະບຽງອາຫານ ແລະ ນ້ຳມັນການຈີນຂອງຈີນມີຄວາມຕອບສະໜອງອັນພຽງພໍ, ຕະຫຼາດມີຄວາມໝັ້ນທ່ຽງໂດຍລວມ, ມີພື້ນຖານອັນໜັກແໜ້ນໃນຮັບປະກັນການສະໜອງ ແລະ ເຮັດໃຫ້ລາຄາສິນຄ້າໝັ້ນທ່ຽງ.

ປັດຈຸບັນ, ທັນຍາຫານໃນລະດູໃບໄມ້ຫຼົ່ນປີ 2023 ຢູ່ພາກຕາເວັນອອກສຽງເໜືອ ແລະ ພາກເໜືອຂອງຈີນພວມເກັບຊື້ຢູ່, ໄດ້ສຳເລັດວຽກງານເກັບຊື້ປະມານ 60% ແລ້ວ, ສ່ວນວຽກງານເກັບຊື້ຢູ່ພາກໃຕ້ໄດ້ສຳເລັດແລ້ວໃນຂັ້ນພື້ນຖານ.

ເຂດຜະລິດທັນຍາຫານຕົ້ນຕໍຂອງຈີນລວມໄດ້ເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນ 2023 ຫຼາຍກວ່າ 140 ລ້ານໂຕນ