“ເລື່ອງການເຕີບໃຫຍ່” ຂອງຜູ້ແທນສະພາປະຊາຊົນ ທີ່ເກີດຫຼັງປີ 1990

2024-02-07 15:37:48
ມາຈາກ:

ໃນລະຫວ່າງວັນ​ທີ 23 -28 ມັງ​ກອນ​ນີ້, ແຂວງ​ຢູນ​ນານໄດ້​ດໍາເນີນ “ກອງປະຊຸມສອງສະພາ” (ກອງປະຊຸມສອງສະພາແມ່ນ​ຊື່​ຫຍໍ້​ຂອງສະພາປະຊາຊົນແຫ່ງຊາດຈີນ ແລະ​ ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ຈີນ). ກອງປະຊຸມສອງສະພາແຂວງຢູນນານປີນີ້, ແມ່ນກອງປະຊຸມ ຄັ້ງທີ 2 ຂອງສະພາປະຊາຊົນ ແຂວງຢູນນານ ສະໄໝທີ 14 ແລະ ກອງປະຊຸມຄັ້ງທີ 2 ສະໄໝທີ 13 ຂອງສະພາປຶກສາການເມືອງປະຊາຊົນແຂວງຢູນນານ.

ກອງປະຊຸມສອງສະພາ ເປັນເຫດການສຳຄັນໃນຊີວິດການເມືອງ ຂອງປະຊາຊົນບັນ​ດາເຜົ່າໃນແຂວງຢູນນານ. ສໍາລັບກອງປະຊຸມສອງສະພາແຂວງຢູນນານປີນີ້, ມີຜູ້ແທນສະພາປະຊາຊົນຊຸດໜຶ່ງທີ່ເກີດຫຼັງ​ປີ 1990 ຫຼື ຫຼັງ​ປີ 1995 ໄດ້ດຶງດູດຄວາມສົນໃຈ​ຈາກ​ຄົນ​ທັງຫຼາຍເປັນຢ່າງຍິ່ງ, ມື້ນີ້, ​ພວກ​ເຮົາ​ມາ ຮັບຟັງເລື່ອງການເຕີບໃຫຍ່ຂອງຜູ້ແທນສະພາປະຊາຊົນທີ່ເກີດຫຼັງ​ປີ 1990 ນຳກັນ.

ນາງ ຫົງຈື້ເຫວີນ ຜູ້ແທນສະພາປະຊາຊົນແຂວງຢູນນານ: ເຮັດໃຫ້ປະຊາຊົນຊົມໃຊ້ການບໍລິການສາທາລະນະສຸກ ທີ່ຍຸຕິທຳ ແລະ ເຂົ້າເຖິງໄດ້ຫຼາຍກວ່​າ​ເກົ່າ

​ນັບແຕ່ການດຳ​ລົງຕຳແໜ່ງເປັນເວລາ​ໜຶ່ງ​ປີ​ມາ​ນີ້, ນາງ ຫົງຈື້ເຫວີນ ທີ່ເປັນຜູ້ແທນສະພາປະຊາຊົນເກີດຫຼັງ​ປີ 1990 ທີ່ມາຈາກລະບົບສາທາລະນະສຸກຂອງເຂດເມືອງ​ເກົ່ານະຄອນລີ້ຈ່ຽງ ແຂວງຢູນນານ ໄດ້ພະຍາຍາມຢ່າງໃຫຍ່ຫຼວງ​ ໃນ​ດ້ານການຮໍ່າຮຽນ, ການທັດສະນະສຶກສາ ແລະການ​ຄົ້ນ​ຄວ້າ, ນາງ ກໍໄດ້ກຽມພ້ອມໃນການ​ປະ​ກອບຄຳສະເໜີທີ່ດີຕໍ່ກອງປະຊຸມສອງສະພາແຂວງຢູນນານປີນີ້.

“ຕົວຢ່າງ, ຂ້າພະເຈົ້າສັງເກດເຫັນວ່າ ແຂວງຢູນນານຕັ້ງຢູ່ໃນເຂດພູ​ດອຍທີ່ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ ຊຶ່ງເກີດມີ ພະຍາດຊຳເຮື້ອ​ຫຼາຍຊະນິດເຊັ່ນ: ຄວາມດັນເລືອດສູງ ເປັນ​ຕົ້ນ ​ໄດ້​ເກີດ​ຂຶ້ນ​ເປັນ​ຈຳ​ນ​ວນຫຼວງຫຼາຍ, ແຕ່ຄົນເຈັບທີ່ເປັນພະຍາດຊຳເຮື້ອຂອງແຂວງຢູນນານຫຼາຍຄົນ ແມ່ນມີຄວາມແຕກຕ່າງ​ກັບຄົນເຈັບແຂວງອື່ນໆໃນລັກສະນະການຍອມກິນຢາ (ການກິນຢາຕາມການແນະນຳຂອງແພດໝໍ ຫຼື ການກິນຢາຕາມແຜນ) ຍ້ອນ​ໄດ້​ພິ​ຈາ​ລະ​ນາ​ເຖິງເງື່ອນໄຂທາງເສດຖະກິດ ຫຼື ດ້ານອື່ນໆ.” ນາງ ຫົງຈື້ເຫວີນ ກ່າວວ່າ:“ ພວກເຮົາຫວັງວ່າ ຈະປະຕິບັດ​ມາດ​ຕະ​ການ​ແຈກ​ຢາ​ໃຫ້​ຄົນ​ເຈັບຫຼາຍກວ່າເກົ່າ​ ໂດຍ​ບໍ່​ເກັບ​ຄ່າ ໃຫ້​ແກ່​ຄົນ​ເຈັບ​ທີ່ເປັນພະຍາດຊໍາເຮື້ອຕ່າງໆເຊັ່ນ: ພະ​ຍາດເບົາຫວານ ແລະ ພະ​ຍາດຄວາມດັນເລືອດສູງ.”

​ໃນອະນາຄົດ, ນາງ ຫົງຈື້ເຫວີນ ຫວັງ​ວ່າ​ ຈະ​ສາມາດ​ປະກອບ​​ສ່ວນກຳລັງ​ວັງ​ຊາ​ຂອງ​ຕົນ ​ໃນ​ຄວາມເປັນ​ໄວ​ໜຸ່ມ ​​ເຂົ້າ​ໃນການ​ກໍ່ສ້າງ​ຢູນນານທີ່​ມີ​ສຸຂະພາບ​ແຂງ​ແຮງ, ​ເພື່ອ​ໃຫ້​ປະຊາຊົນ​​ສາ​ມາດ​ຊົມໃຊ້​ການ​ບໍລິການ​ດ້ານສາທາລະນະສຸກທີ່ຍຸຕິທຳ ​ແລະ​ ​ເຂົ້າ​ເຖິງ​ໄດ້​ນັບ​ມື້​ຫຼາຍ​ຂຶ້ນ. “ພ້ອມດຽວກັນນັ້ນ, ຂ້າພະເຈົ້າຍັງຫວັງວ່າ ຈະມີໂອກາດ​ປະ​ກອບ​ຄວາມ​ເຫັນໃຫ້ຫຼາຍກວ່າເກົ່າ ເພື່ອກຸ່ມຄົນຕ່າງໆ.”

ທ່ານ ຫຼີຊົນຫຼີນ ຜູ້ແທນສະພາປະຊາຊົນແຂວງຢູນນານ: ເລັ່ງການກໍ່ສ້າງຊົນນະບົດທີ່ກົມກຽວ ແລະ ສວຍງາມ

ທ່ານ ຫຼີຊົນຫຼີນ, ເກີດ ປີ 1995, ເປັນຮອງຫົວໜ້າ ໜ່ວຍການຜະລິດໂລຫະປະສົມຂອງພະແນກ​ພາ​ລະ​ກິດໂລຫະປະສົມ ບໍລິສັດອາລູມິນຽມ ຢີຊິນ ເມືອງເຮີ້ຊິ້ງ ກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີແຂວງຢູນນານ, ​ຕົ້ນ​ຕໍຮັບຜິດຊອບການຄວບຄຸມຄຸນນະພາບຂອງເຕັກນິກຫຼໍ່ຫຼອມໂລຫະປະສົມອາລູມິນຽມ, ການ​ສ້າງ​ທີມ​ງານ​ມາດ​ຕະ​ຖານ ​ແລະວຽກ​ງານ​ອື່ນໆ​ທີ່​ກ່ຽວ​ຂ້ອງ​, ຍັງ​ໄດ້​ເຂົ້າ​ຮ່ວມການປັບປຸງ​ລະ​ບຽບ​ການ​ດ້ານເຕັກນິກ​, ການ​ຄຸ້ມ​ຄອງ​ອຸ​ປະ​ກອນ​, ການ​ດັດ​ສ້າງ​ ແລະ​ ອື່ນໆ​, ໄດ້​ເຮັດ​ວຽກ​ຢູ່​ແຖວ​ໜ້າຂອງ​ການ​ຜະ​ລິດ​ມາ​ໂດຍ​ຕະຫຼອດ.

​ໃນໜຶ່ງປີທີ່ຜ່ານມາ, ທ່ານ ຫຼີຊົນຫຼີນ ​ໄດ້​ເກັບ​ກຳຄຳເຫັນ​ຂອງ​ປະຊາຊົນ​ ໂດຍ​ຜ່ານ​ການ​ສຳ​ຫຼວດຄົ້ນ​ຄວ້າ​ເທື່ອ​ແລ້ວ​ເທື່​ອອີກ​, ​ໄດ້​ເດີນທາງ​ໄປເຖິງ​ແຫ່ງ​ຕ່າງໆ​ໃນ​​ຕົວ​ເມືອງ ​ແລະ ຊົນນະບົດ. ໃນໄລຍະການສຳຫຼວດຄົ້ນ​ຄວ້າ, ທ່ານ ໄດ້ໄປຢ້ຽມຢາມຜົນງານຫຼາຍຢ່າງ ໃນການກໍ່ສ້າງຊົນນະບົດທີ່ສວຍງາມ ແລະ ໄດ້ຖອດຖອນ​ບົດ​ຮຽ​ນ​ຫຼາຍ​ຢ່າງ. ນອກນີ້,ທ່ານ ຍັງໄດ້ພົບເຫັນວ່າ: ເມືອງເຮີ້ຊິ້ງ ທີ່ຕັ້ງຢູ່ທິດຕາເວັນຕົກສ່ຽງ ເໜືອຂອງແຂວງຢູນນານ ຍັງມີຫຼາຍ​ບັນ​ຫາ​ທີ່​ຍັງ​ແກ້​ໄຂ​ບໍ່​ຕົກເຊັ່ນ: ສະ​ພາບ​ແວດ​ລ້ອມ​ໃນ​ບ້ານ​ບໍ່​ສະ​ອາດ, ບໍ່ມີຄວາມ​ເປັນລະບຽບຮຽບຮ້ອຍ ແລະ ​ພັດ​ທະ​ນາ​ບໍ່​ໄດ້​ດີ​ປານ​ໃດ ເນື່ອງຈາກວ່າພື້ນຖານໂຄງລ່າງຂອງຊົນນະບົດທ້ອງຖິ່ນຍັງອ່ອນແອຫຼາຍ.

​​ຕໍ່​ເລື່ອງ​ນີ້, ​ໃນກອງປະຊຸມສອງສະພາແຂວງຢູນນານປີນີ້, ທ່ານ ຫຼີຊົນຫຼີນ ​ໄດ້​ສຸມ​ໃສ່ບັນຫາການ​ປັບປຸງສະ​ພາບແວດລ້ອມ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຊົນນະບົດໃຫ້​ດີ​ຂຶ້ນ. ທ່ານ ຫຼີຊົນຫຼີນສະ​ເໜີ​ໃຫ້ເມືອງເຮີ້ຊິ້ງ​ ຊຸກ​ຍູ້ວຽກ​ງານຈຸດ​ທົດລອງ​ເພື່ອ​ປັບປຸງສະ​ພາບແວດລ້ອມ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຊົນນະບົດໃຫ້​ດີ​ຂຶ້ນ, ​ເລັ່ງລັດ​ປັບປຸງສະພາບແວດລ້ອມ​ດຳ​ລົງ​ຊີ​ວິດຢູ່​ຊົນ​ນະ​ບົດ, ​ຍົກລະດັບການປັບປຸງ​ສະ​ພາບແວດລ້ອມການ​ດຳ​ລົງຊີ​ວິດຢູ່ຊົນນະບົດທົ່ວເມືອງໃຫ້ສູງຂຶ້ນ, ສົ່ງເສີມການພັດທະນາແບບເຊື່ອມໂຍງເຂົ້າ​ກັນ​ ລະ​ຫວ່າງ ຕົວເມືອງແລະ ຊົນນະບົດ, ເລັ່ງລັດການກໍ່ສ້າງຊົນນະບົດທີ່​ມີ​ສະ​ພາບ​ແວດ​ລ້ອມ​ການດຳລົງຊີວິດທີ່​ດີ, ​ມີ​ສະ​ພາ​ບ​ແວດ​ລ້ອມ​ປະ​ກອບ​ອາ​ຊີບ​ທີ່​ດີ, ກົມກຽວກັນ ແລະ ສວຍງາມ.

ນາງ ຫຼີເຈີ້ງຈີ ຜູ້ແທນສະພາປະຊາຊົນແຂວງຢູນນານ: ຫວັງວ່າສາມາດເຮັດແທ້​ທຳ​ຈິງຫຼາຍກວ່າເກົ່າ ເພື່ອປະຊາຊົນ

​ມີ​ສາຍ​ຕາ​ທີ່​ສົດໄສ ​ແລະ​ ມີຮອຍ​ຍິ້ມ​ທີ່​ໜ້າ​ຮັກ, ນາງ ຫຼີເຈີ້ງຈີ ເວົ້າ​ດ້ວຍ​ຄວາມ​​ໝັ້ນ​ໃຈ.

ນາງ ຫຼີເຈີ້ງຈີ, ເກີດ ​ປີ 1990​, ເປັນຫົວໜ້າໜ່ວຍ​ຕຸ​ລາ​ການ ຕາແສງແຢວເຈີ ​ຫ້ອງ​ການ​ຕຸ​ລາ​ການ ເມືອງຊີວເປີຍກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງ-ເຜົ່າມົ້ງເຫວີນຊານ ແຂວງຢູນນານ​. ​​ພາຍຫຼັງ​ໄດ້​ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນເປັນເວລາ 1 ປີ​ມາ​ນີ້, ​ນາງ​ ໄດ້​ໃຊ້​ໂອກາດ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​​ໃນການເຮັດ​ວຽກ ​ແລະ ການຢ້ຽມຢາມ​ບັນດາ​ຄອບຄົວ ​ເພື່ອ​​ລົງ​ເລິກ ຊອກຮູ້ຄວາມ​ຕ້ອງການ ​ແລະ ຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ. ໃນເວລາຫວ່າງ, ນາງ ຍັງສືບຕໍ່ສຶກສາກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຜູ້ແທນປະຊາຊົນ ເພື່ອສ້າງພື້ນຖານຄວາມຮູ້ຂອງຕົນໃຫ້ອຸດົມສົມບູນ. ນາງ ຍັງຈະໃຊ້ໂອກາດການທັດສະນະສຶກສາ ແລະ ການຄົ້ນຄວ້າຮ່ວມກັນ ​ເພື່ອ​ຖອດ​ຖອນ​ບົດ​ຮຽນ​ນຳຜູ້ແທນປະຊາຊົນທີ່ມີປະສົບການ.

ນາງ ຫຼີເຈີ້ງຈີ ທີ່ເຮັດວຽກຢູ່​ຂັ້ນຮາກ​ຖານ​ເປັນ​ເວ​ລາຫຼາຍ​ປີ, ​ນາງ ໄດ້ສະ​ເໜີ​ໃຫ້ສ້າງຄວາມເຂັ້ມແຂງ ແລະ ໝັ້ນຄົງ​ໃຫ້​ແກ່​ກຳ​ລັງ​ຕຸ​ລາກ​ານ​ຂັ້ນ​ຮາກ​ຖານ. ພ້ອມດຽວກັນນັ້ນ, ລາວຍັງ​ໄດ້​ປຸກລະດົມຄວາມຫ້າວຫັນຂອງ​ຜູ້ໄກ່ເກ່ຍປະຊາຊົນ ແລະ ສົ່ງເສີມບົດບາດຂອງການໄກ່ເກ່ຍ​ປະ​ຊາ​ຊົນຢ່າງເຕັມທີ່.

ນາງ ຫຼີເຈີ້ງຈີ ກ່າວວ່າ: ໃນຖານະເປັນຜູ້ແທນສະພາປະຊາຊົນທີ່ເກີດຫຼັງ​ປີ 1990, ຂ້າພະເຈົ້າ ຈະເກັບກຳຄວາມເຫັນຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ ໂດຍຕິດ​ຕໍ່​ພົວພັນກັບ ວຽກ​ງານ​ຂອງຕົນ, ຫວັງວ່າ ສາມາດສະ​ເໜີ​ຂໍ້ສະເໜີທີ່ມີຄຸນນະພາບສູງຫຼາຍກວ່າເກົ່າ ໃນການປະ​ຕິ​ບັດ​ໜ້າ​ທີ່ຂອງຕົນໃນຕໍ່ໄປ ແລະ ເຮັດແທ້​ທຳຈິງຫຼາຍກວ່າເກົ່າ ເພື່ອປະຊາຊົນ.

ແຫຼ່ງຂ່າວ: ເວັບໄຊຢູນນານ, ຖະແຫຼງຂ່າວຢູນນານ, ຮູບພາບໂດຍ ຜູ້ຮັບສຳພາດ, ເວັບໄຊຢູນນານ

“ເລື່ອງການເຕີບໃຫຍ່” ຂອງຜູ້ແທນສະພາປະຊາຊົນ ທີ່ເກີດຫຼັງປີ 1990