ຄວາມສາມາດຜະລິດໄຟຟ້າຂອງແລວທາງພະລັງງານສະອາດໃຫຍ່ທີ່ສຸດໃນໂລກມີຫຼາຍກວ່າ 3.500 ຕື້ກິໂລວັດໂມງ

2024-02-21 16:32:15
ມາຈາກ:CRI

ວັນທີ 20 ກຸມພານີ້, ກຸ່ມບໍລິສັດສ່ານເຊຍຈີນແຈ້ງໃຫ້ຮູ້ວ່າ: ນັບມາຮອດ 24 ໂມງຂອງວັນທີ 16 ກຸມພານີ້, ແລວທາງພະລັງງານສະອາດໃຫຍ່ທີ່ສຸດໃນໂລກທີ່ປະກອບດ້ວຍເຂື່ອນໄຟຟ້ານ້ຳຕົກທີ່ເປັນຮູບຂັ້ນໄດ 6 ແຫ່ງ ຄື: ອູ່ຕົ່ງເຕີ໋, ປາຍເຮີ້ຖ່່ານ, ຊີ່ລົ້ວຕູ້, ຊ້ຽງເຈຍປ້າ, ສ່ານເຊຍ ແລະ ເກີໂຈ່ວປ້າ ນັບລວມແລ້ວໄດ້ຜະລິດພະລັງງານໄຟຟ້າມີຫຼາຍກວ່າ 3.500 ຕື້ກິໂລວັດໂມງແລ້ວ ເຊິ່ງເທົ່າກັບໄດ້ປະຢັດຖ່່ານຫີນຕາມມາດຖານຫຼາຍກວ່າ 1 ຕື້ໂຕນ, ຫຼຸດລົງການປ່ອຍກາກບອນ 2 ຕື້ 800ລ້ານກວ່າໂຕນ ໂດຍໄດ້ສະໜອງພະລັງຂັບເຄື່ອນອັນແຂງແຮງໃຫ້ແກ່ການພັດທະນາເສດຖະກິດສັງຄົມແບບສີຂຽວຂອງຈີນ.

ຄວາມສາມາດຜະລິດໄຟຟ້າຂອງແລວທາງພະລັງງານສະອາດໃຫຍ່ທີ່ສຸດໃນໂລກມີຫຼາຍກວ່າ 3.500 ຕື້ກິໂລວັດໂມງ