ຈີນຕອບໂຕ້ມາດຕະການປົກປ້ອງການຄ້າຕໍ່ລົດໄຟຟ້າຈີນຂອງອາເມຣິກາ ແລະ ສະຫະພາບເອີລົບ

2024-02-21 16:36:42
ມາຈາກ:CRI

ວັນທີ 20 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ປີກາຍນີ້ ຈີນໄດ້ສົ່ງອອກລົດຍົນ 4.910.000 ຄັນ, ຄອງຖານະອັນດັບໜຶ່ງໃນໂລກເປັນຄັ້ງທຳອິດ. ເດືອນມັງກອນທີ່ຜ່ານມາ, ຈີນໄດ້ສົ່ງອອກລົດຍົນ 443.000 ຄັນ, ເພີ່ມຂຶ້ນ 47,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ພ້ອມກັນນັ້ນ, ພວກເຮົາກໍ່ສັງເກດເຫັນວ່າ, ອາເມຣິກາພວມພິຈາລະນາໃຊ້ວິທີນອກເໜືອຈາກພາສີ ເພື່ອຈຳກັດການນຳເຂົ້າລົດຍົນອັດສະລິຍະ ແລະ ເຄື່ອງອາໄຫຼ່ທີ່ກ່ຽວຂ້ອງຂອງຈີນ. ສະຫະພາບເອີລົບກໍ່ໄດ້ດຳເນີນການສຳຫຼວດການຕໍ່ຕ້ານມູນຄ່າເກື້ອກູນຕໍ່ລົດຍົນພະລັງງານໄຟຟ້າຂອງຈີນ. ໂຄສົກມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເມົານີງກ່າວວ່າ, ກໍ່ຄືທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຊີ້ອອກນັ້ນ: ການເຮັດໃຫ້ການໄປມາຫາສູ່ກັນດ້ານການຄ້າທີ່ເປັນປົກກະຕິໄປກ່ຽວພັນກັບຄວາມໝັ້ນຄົງ ແລະ ຮູບຖານຈິດສຳນຶກ, ຖືການ“ປາສະຈາກຄວາມສ່ຽງ” ເປັນຂໍ້ອ້າງ, ສ້າງ“ເດີ່ນນ້ອຍແລະກຳແພງສູງ”, ບໍ່ສະແຫວງຫາ “ການແລ່ນໄວກວ່າເກົ່າ”, ຫາກແມ່ນຢາກ “ຂ້ອງຄາຜູ້ອື່ນ”, ເບິ່ງໄປແລ້ວຄືເອົາຊະນະແລ້ວ, ແຕ່ທີ່ຈິງແລ້ວພັດໄດ້ເສຍການພັດທະນາໃນໄລຍະຍາວຂອງຕົນ ທັງໄດ້ສ້າງຜົນຮ້າຍຕໍ່ຄວາມກ້າວໜ້າ ແລະ ຄວາມຈະເລີນຂອງທົ່ວໂລກ.

ທ່ານນາງເມົານີງກ່າວຕື່ມວ່າ, ຈີນມີຄວາມເຫັນມາໂດຍຕະຫຼອດວ່າ, ຝ່າຍຕ່າງໆຄວນສາມັກຄີກັນ ຫາກບໍ່ແມ່ນແບ່ງແຍກກັນ, ຄວນຮ່ວມມືກັນ ຫາກບໍ່ແມ່ນເປັນປໍລະປັກກັນ,ຄວນເປີດປະຕູ ຫາກບໍ່ແມ່ນອັດຕັນຕົນເອງ.

ຈີນຕອບໂຕ້ມາດຕະການປົກປ້ອງການຄ້າຕໍ່ລົດໄຟຟ້າຈີນຂອງອາເມຣິກາ ແລະ ສະຫະພາບເອີລົບ