ປະລິມານການຂົນສົ່ງສິນຄ້ານຳເຂົ້າແລະສົ່ງອອກໂດຍຜ່ານທາງລົດໄຟລາວ-ຈີນບັນລຸ 130.000 ໂຕນໃນຍາມບຸນກຸດຈີນ

2024-02-22 10:12:18
ມາຈາກ:

ແຕ່ວັນທີ 10 ຫາວັນທີ 17 ກຸມພາ, ປະລິມານການຂົນສົ່ງສິນຄ້ານຳເຂົ້າແລະສົ່ງອອກໂດຍຜ່ານທາງລົດໄຟລາວ-ຈີນທີ່ໄດ້ຜ່ານການຕິດຕາມກວດກາໂດຍດ່ານພາສີຂອງນະຄອນຄຸນໝິງນັບລວມແລ້ວໄດ້ມີ 130.000 ໂຕນ, ເຊິ່ງມີມູນຄ່າ 345 ລ້ານຢວນ, ເພີ່ມຂຶ້ນ 90% ແລະ 163% ຕາມລໍາດັບເມື່ອທຽບກັບໄລຍະບຸນກຸດຈີນປີ 2023.

ໃນໄລຍະບຸນກຸດຈີນ, ສິນຄ້າສົ່ງອອກຕົ້ນຕໍຂອງທາງລົດໄຟລາວ-ຈີນແມ່ນຜະລິດຕະພັນເຫຼັກກ້າ, ອາໄຫຼ່ລົດຍົນ ແລະ ສິນຄ້າຕາມຫ້າງຮ້ານ, ໃນຂະນະທີ່ສິນຄ້ານຳເຂົ້າຕົ້ນຕໍແມ່ນໝາກກ້ວຍ, ໝາກທຸລຽງ ໝາກມັງຄຸດແລະ ແຮ່ເຫຼັກ.

ແຫຼ່ງຂ່າວ: ໜັງສຶພີມລາຍວັນຢຸນນານ

ນັກຂ່າວ: ຫຼິວຈີຢູ ຈ່າງຊືເວິຍ

ປະລິມານການຂົນສົ່ງສິນຄ້ານຳເຂົ້າແລະສົ່ງອອກໂດຍຜ່ານທາງລົດໄຟລາວ-ຈີນບັນລຸ 130.000 ໂຕນໃນຍາມບຸນກຸດຈີນ