ອາຊີຕາເວັນອອກສຽງໃຕ້ໄດ້ກາຍເປັນຈຸດໝາຍປາຍທາງຍອດນິຍົມທີ່ນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນ

2024-02-22 10:14:54
ມາຈາກ:

ໃນໄລຍະວັນພັກບຸນກຸດຈີນປີນີ້, ມີຜູ້ໂດຍສານຂາອອກເກືອບ 33.000 ເທື່ອຄົນຢູ່ສະໜາມບິນສາກົນຄຸນໝິງສາງຊຸຍ, ໂດຍສ່ວນໃຫຍ່ແມ່ນການເດີນທາງໄລຍະສັ້ນໄປຍັງຈຸດໝາຍປາຍທາງເຊັ່ນ: ໄທ, ມາເລເຊຍ, ສິງກະໂປ, ລາວ ແລະ ປະເທດອື່ນໆ, ຕົ້ນຕໍແມ່ນສະແດງໃຫ້ເຫັນເຖິງລັກສະນະການທ່ອງທ່ຽວແບບຄອບຄົວ ແລະ ການເດີນທາງຮ່ວມກັບເດັກນ້ອຍ.

ສະຖິຕິຫຼ້າສຸດຂອງ Trip.comGroup ສະແດງໃຫ້ເຫັນວ່າ, ໃນໄລຍະບຸນກຸດຈີນປີ 2024, ຈຳນວນການສັ່ງຊື້ການທ່ອງທ່ຽວຂອງນັກທ່ອງທ່ຽວຈີນໄປປະເທດສິງກະໂປ, ມາເລເຊຍ ແລະ ໄທເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນຍາກາດຂອງປີໃໝ່ອັນໜາແໜ້ນ ແລະ ກິດຈະກຳສະເຫຼີມສະຫຼອງປີມັງກອນທີ່ມີສີສັນ ແລະ ອຸດົມສົມບູນໄດ້ເຮັດໃຫ້ອາຊີຕາເວັນອອກສຽງໃຕ້ເປັນສະຖານທີ່ຍອດນິຍົມຂອງນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນປີນີ້.

ປະເທດລາວໄດ້ຮັບເລືອກໃຫ້ເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດໃນປີ 2023 ໂດຍວາລະສານ National Geographic. ທິວທັດທຳມະຊາດທີ່ເປັນເອກະລັກສະເພາະ, ວັດທະນະທຳຊົນເຜົ່າທີ່ຫຼາກຫຼາຍ ແລະ ບັນຍາກາດການດຳລົງຊີວິດທີ່ສະຫງົບສຸກໄດ້ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ໃນ 3 ໄຕມາດທຳອິດຂອງປີ 2023 , ປະເທດລາວໄດ້ຮັບນັກທ່ອງທ່ຽວຕ່າງປະເທດ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 285% ທຽບໃສ່ໄລຍະດຽວກັນປີກາຍ, ຄາດວ່າຈະຮັບນັກທ່ອງທ່ຽວຕ່າງປະເທດທັງປີຈະຢູ່ທີ່ 2,9 ລ້ານຫາ 3,3 ລ້ານເທື່ອຄົນ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ສືບຕໍ່ເພີ່ມທະວີເຜີຍແຜ່ການທ່ອງທ່ຽວຢ່າງຕໍ່ເນື່ອງ. ປະເທດລາວເປີດນະໂຍບາຍການທ່ອງທ່ຽວ “ທຸກຄົນມາທ່ຽວລາວ” ແລະ ໄດ້ຈັດງານ “ປີທ່ອງທ່ຽວລາວ”. ໃນໄລຍະນີ້, 79 ກິດຈະກຳທີ່ກ່ຽວຂ້ອງຈະຈັດຂຶ້ນຢູ່ຫຼາຍແຫ່ງໃນທົ່ວປະເທດ. ລາວສະເໜີວ່າປີນີ້ຈະດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 4,6 ລ້ານເທື່ອຄົນ ແລະ ມີລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 712 ລ້ານໂດລາ.

ແຫຼ່ງຂ່າວ: ໜັງສຶພີມລາຍວັນປະຊາຊົນຈີນ

ອາຊີຕາເວັນອອກສຽງໃຕ້ໄດ້ກາຍເປັນຈຸດໝາຍປາຍທາງຍອດນິຍົມທີ່ນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນ