ຮັບຮູ້ຈິດໃຈຫ່ວງໃຍຊາຕາກຳໂລກຈາກຄຳອວຍພອນປີໃໝ່ສາກົນ 2024 ຂອງທ່ານປະທານ ສີຈິ້ນຜິງ

2024-01-03 10:48:31
ມາຈາກ:CRI

ວັນທີ 31 ທັນວາ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳອວຍພອນປີໃໝ່ສາກົນ 2024. ຈາກຄຳອວຍພອນດັ່ງກ່າວ, ຄົນທັງຫຼາຍຈະສາມາດເຂົ້າໃຈປະເທດຈີນທີ່ໝັ້ນໃຈຕົນເອງ ແລະ ເພິ່ງຕົນເອງ, ຍຶດໝັ້ນຄວາມຍຸຕິທຳ, ເປີດປະຕູສູ່ພາຍນອກ ແລະ ກວມລວມ, ກໍຄືຮ່ວມກັບປະເທດຕ່າງໆໃນໂລກສ້າງອະນາຄົດທີ່ດີງາມ.

ສັນຕິພາບ ແລະ ການພັດທະນາແມ່ນຄຳສັບທີ່ທ່ານສີຈິ້ນຜິງໄດ້ເວົ້າເຖິງຢູ່ເລື້ອຍໆ ໃນຄຳອວຍພອນປີໃໝ່ຂອງທຸກປີຜ່ານມາ. ບໍ່ວ່າສະພາບການສາກົນຈະຜັນແປໄປຄືນແນວໃດກໍຕາມ, “ສັນຕິພາບ ແລະ ການພັດທະນາເປັນກະແສຫຼັກຢ່າງສະເໝີຕົ້ນສະເໝີປາຍ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນຫຼັກການຂັ້ນເດັດຂາດຢ່າງສະເໝີຕົ້ນສະເໝີປາຍ.”

ໃນໄລຍະໜຶ່ງປີຜ່ານມາ, ພາຍໃຕ້ການໄກ່ເກ່ຍຈາກປະເທດຈີນ, ອາຣັບບີຊາອຸດິດ ແລະ ອີຣານໄດ້ຟື້ນຟູສາຍພົວພັນທາງການທູດ; ຈີນໄດ້ສົ່ງຜູ້ຕາງໜ້າພິເສດເດີນທາງໄປຫຼາຍປະເທດຂອງອາຊີ ແລະ ເອີຣົບເພື່ອສະແຫວງຫາວິທີທີ່ດີທີ່ສຸດເພື່ອແກ້ໄຂວິກິດການອູແກຣນດ້ວຍວິທີທາງການເມືອງ; ໂດຍຜະເຊີນກັບການປະທະກັນຮອບໃໝ່ທີ່ເກີດຂຶ້ນລະຫວ່າງປາແລັດສະຕິນກັບອິດສະຣາແອນ, ຈີນໄດ້ໃຫ້ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນ; ເຊິ່ງເປັນຫຼັກໝັ້ນອັນຖືກຕ້ອງ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າຂອງປະເທດຈີນໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກ.

“ຈີນບໍ່ພຽງແຕ່ພັດທະນາຕົນເອງເທົ່ານັ້ນ, ຍັງຮ່ວມມືກັບໂລກຢ່າງຕັ້ງໜ້າ, ແບກຫາບຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່.” ໃນຄຳອວຍພອນປີໃໝ່ສາກົນ 2024, ທ່ານສີຈິ້ນຜິງ ໄດ້ສະແດງໃຫ້ເຫັນເຖິງຈິດໃຈອັນກວ້າງຂວາງຂອງປະເທດ ຈີນອີກຄັ້ງໜຶ່ງ.

ການເປີດປະຕູສູ່ພາຍນອກແມ່ນຂີດໝາຍຢ່າງຈະແຈ້ງຂອງປະເທດຈີນ. ຈີນແມ່ນປະເທດ ໃຫຍ່ອັນດັບໜຶ່ງຢູ່ໃນໂລກທີ່ມີການຊື້ຂາຍສິນຄ້າທີ່ຈັບຕ້ອງໄດ້ 6 ປີລຽນຕິດ, ກາຍເປັນ ຄູ່ການຄ້າທີ່ສຳຄັນຂອງ 140 ກວ່າປະເທດ ແລະ ເຂດແຄວ້ນ; ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ງານວາງສະແດງການຄ້າດີຈີຕອນໂລກ ແລະ ອື່ນໆໄດ້ສ້າງເວທີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ; ເຂດທົດລອງການຄ້າເສລີຂອງຈີນໄດ້ຍົກລະດັບ ແລະ ເພີ່ມຂຶ້ນເປັນ 22 ແຫ່ງ, ຈີນໄດ້ຍົກເລີກຂໍ້ຈຳກັດການລົງທຶນຂອງຕ່າງປະເທດເຂົ້າເຖິງຕະຫຼາດຂົງເຂດອຸດສາຫະກຳການຜະລິດຢ່າງຮອບດ້ານ, ຜ່ອນຄາຍເງື່ອນໄຂເຂົ້າເຖິງຕະຫຼາດຈີນໃນຂະແໜງການໂທລະຄົມ, ການປິ່ນປົວພະຍາດ ແລະ ຂະແໜງການບໍລິການອື່ນໆ. ການເປີດປະຕູສູ່ພາຍນອກຂອງຈີນນັບມື້ນັບເປີດກວ້າງກວ່າເກົ່າ, ຈີນໄດ້ສ້າງຄວາມຕື່ນເຕັ້ນໃໝ່ ແລະ ໂອກາດໃໝ່ໃຫ້ແກ່ທົ່ວໂລກຢ່າງບໍ່ຢຸດຢັ້ງ.

“ປະຊາຊົນຈີນຮູ້ຈັກຄຸນຄ່າອັນປະເສີດຂອງສັນຕິພາບເປັນຢ່າງດີ, ພວກເຮົາຍິນດີຮ່ວມກັບ ປະຊາຄົມໂລກ, ຖືເອົາອະນາຄົດຂອງມວນມະນຸດເປັນຄວາມຫ່ວງໃຍຢູ່ໃນໃຈ, ຖືເອົາຄວາມສຸກຂອງປະຊາຊົນເປັນເປົ້າໝາຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ, ສ້າງໂລກທີ່ດີງາມກວ່າເກົ່າ.” ໃນຄຳອວຍພອນປີໃໝ່ 2024, ທ່ານສີຈິ້ນຜິງ ໄດ້ສະເໜີຄຳເຊື້ອເຊີນຢ່າງຈິງໃຈອີກຄັ້ງໜຶ່ງດ້ານການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປີ 2024, ຈີນຈະສືບຕໍ່ຮ່ວມກັບຄູ່ຮ່ວມມືຕ່າງໆຢູ່ໃນໂລກ ເພື່ອຮ່ວມກັນບຸກບືນກ້າວໄປສູ່ອະນາຄົດທີ່ມີຊາຕາກຳຮ່ວມກັນ. 

 

ຮັບຮູ້ຈິດໃຈຫ່ວງໃຍຊາຕາກຳໂລກຈາກຄຳອວຍພອນປີໃໝ່ສາກົນ 2024 ຂອງທ່ານປະທານ ສີຈິ້ນຜິງ