ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງສົມເດັດເຟຣເດິຣິກທີ 10 ຂອງດານມາກທີ່ໄດ້ຂຶ້ນຄອງບັນລັງ

2024-01-16 17:53:12
ມາຈາກ:CRI

ວັນທີ 14 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງສົມເດັດເຟຣເດິຮິກ ອັນເດຣ ເຮນຣິກ ຄຣິສຕຽນ ຄືເຈົ້າຊີວິດເຟຣເດິຣິກທີ 10 ຂອງດານມາກໄດ້ຂຶ້ນຄອງບັນລັງ.

ທ່ານສີຈິ້ນຜິງກ່າວວ່າ: ນັບແຕ່ໄດ້ສ້າງສາຍພົວພັນທາງການທູດເປັນເວລາ 74 ປີມານີ້, ການພົວພັນຈີນ-ດານມາກໄດ້ຮັບການຂະຫຍາຍຕົວຢ່າງຫຼວງຫຼາຍ, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດໄດ້ຮັບໝາກຜົນຢ່າງອຸດົມສົມບູນ, ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດນັບມື້ນັບເລິກເຊິ່ງໜາແໜ້ນຂຶ້ນ. ຂ້າພະເຈົ້າໃຫ້ຄວາມສຳຄັນສູງຕໍ່ການຂະຫຍາຍການພົວພັນຈີນ-ດານມາກ, ຍິນດີພະຍາຍາມຮ່ວມກັບສົມເດັດເຟຣເດິຣິກທີ 10 ເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ດານມາກຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ແລະສົ່ງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.

ໃນມື້ດຽວກັນ, ທ່ານສີຈິ້ນຜິງຍັງໄດ້ສົ່ງສານໄປຍັງອະດີດພະລາຊີນີ ມາເກຣດທີ 2 ຂອງດານມາກທີ່ໄດ້ລາອອກຈາກລາຊະບັນລັງ ເພື່ອສະແດງຄວາມອວຍພອນ ແລະຢື້ຢາມຖາມຂ່າວ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງສົມເດັດເຟຣເດິຣິກທີ 10 ຂອງດານມາກທີ່ໄດ້ຂຶ້ນຄອງບັນລັງ