ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງທ່ານຊີເຊເຄດີ ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສາທາລະນະລັດປະຊາທິປະໄຕກົງໂກອີກສະໄໝໜຶ່ງ

2024-01-18 19:51:40
ມາຈາກ:CRI

ວັນທີ 17 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງທ່ານເຟລິກສ໌ ຊີເຊເຄດີ ເພື່ອອວຍພອນທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສາທາລະນະລັດປະຊາທິປະໄຕກົງໂກອີກສະໄໝໜຶ່ງ.

ທ່ານສີຈິ້ນຜິງ ຊີ້ອອກວ່າ, ສາທາລະນະລັດປະຊາທິປະໄຕກົງໂກ ແມ່ນປະເທດທີ່ມີໄມຕີຈິດມິດຕະພາບອັນເປັນມູນເຊື້ອທີ່ດີຕໍ່ກັນ ແລະເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຈີນ. ໃນປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຂຶ້ນຢ່າງວ່ອງໄວ, ການຮ່ວມມືທີ່ຕິດແທດກັບຕົວຈິງໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ໄມຕີຈິດມິດຕະພາບອັນເປັນມູນເຊື້ອມາຍາວນານໄດ້ຖືກພັດທະນາລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າຍິນດີຮ່ວມມືກັບທ່ານຊີເຊເຄດີ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເສີມຂະຫຍາຍເນື້ອໃນແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ສົມບູນຂຶ້ນຕື່ມ, ຊຸກຍູ້ໃຫ້ການຮ່ວມມືລະຫວ່າງຈີນກັບ ສາທາລະນະລັດປະຊາທິປະໄຕກົງໂກ ໄດ້ຮັບການພັດທະນາອັນໃໝ່ຫຼາຍກວ່າເກົ່າ.

ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງທ່ານຊີເຊເຄດີ ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສາທາລະນະລັດປະຊາທິປະໄຕກົງໂກອີກສະໄໝໜຶ່ງ