ທ່ານສີຈິ້້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ເຫດການໄພພູເຈື່ອນທີ່ເກີດຂຶ້ນຢູ່ເມືອງເຈີ້ນຊົງນະຄອນຈ່າວຕົ່ງແຂວງຢູນນານຈີນ

2024-01-22 18:21:10
ມາຈາກ:

ເວລາ 6 ໂມງວັນທີ 22 ມັງກອນນີ້, ບ້ານລຽງສຸຍ ຕາແສງທາງຟາງ ເມືອງເຈີ້ນຊົງ ນະຄອນຈ່າວຕົ່ງ ແຂວງຢູນນານຈີນໄດ້ເກີດໄພພູເຈື່ອນ ເຊິ່ງໄດ້ເຮັດໃຫ້ເຮືອນຢູ່ຂອງປະຊາຊົນ 18 ຄອບຄົວຖືກດິນທັບຖົມ ແລະ 47 ຄົນຍັງຫາຍສາບສູນ.

ພາຍຫຼັງໄພພິບັດເກີດຂຶ້ນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ,ປະທານຄະນະກຳມການການທະຫານສູນກາງຈີນກໍ່ໄດ້ເອົາໃຈໃສ່ນຳໃນລະດັບສູງ ແລະ ໃຫ້ຄຳຊີ້ນຳອັນສຳຄັນ ໂດຍຮຽກຮ້ອງໃຫ້ຊ່ວຍກັນຊອກຫາ ແລະ ກອບກູ້ຜູ້ທີ່ຍັງຫາຍສາບສູນ, ຕ້ອງປ້ອງກັນບໍ່ໃຫ້ເກີດໄພພິບັດຕາມຫຼັງແລະ ຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງແທ້ຈິງ.

ທ່ານສີຈິ້້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ເຫດການໄພພູເຈື່ອນທີ່ເກີດຂຶ້ນຢູ່ເມືອງເຈີ້ນຊົງນະຄອນຈ່າວຕົ່ງແຂວງຢູນນານຈີນ