ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນເນື່ອງໃນໂອກາດປະກວດແລະຍ້ອງຍໍບຸກຄົນດີເດັ່ນທີ່ໄດ້ຮັບລາງວັນວິສະວະກອນແຫ່ງຊາດເປັນຄັ້ງທຳອິດ

2024-01-22 18:23:10
ມາຈາກ:CRI

ເນື່ອງໃນໂອກາດ ປະກວດແລະຍ້ອງຍໍບຸກຄົນດີເດັ່ນທີ່ໄດ້ຮັບລາງວັນວິສະວະກອນແຫ່ງຊາດເປັນຄັ້ງທຳອິດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳສຳຄັນ, ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ວິສະວະກອນຜູ້ດີເດັ່ນແຫ່ງຊາດ ແລະ ທີມງານວິສະວະກອນຜູ້ດີເດັ່ນແຫ່ງຊາດ.

ທ່ານສີຈິ້ນຜິງຊີ້ອອກວ່າ: ວິສະວະກອນແມ່ນກຳລັງແຮງສຳຄັນໃນການຊຸກຍູ້ໃຫ້ວິທະຍາສາດເຕັກນິກວິສະວະກຳສ້າງຄວາມສຸກໃຫ້ແກ່ມວນມະນຸດ ແລະ ສ້າງອະນາຄົດ, ແມ່ນສ່ວນປະກອບທີ່ສຳຄັນຂອງກຳລັງບຸກຄະລາກອນທາງຍຸດທະສາດແຫ່ງຊາດ. ມຸ່ງໜ້າໄປສູ່ອະນາຄົດ, ຕ້ອງເພີ່ມທະວີການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກວິສະວະກຳດ້ວຍຕົນເອງຕື່ມອີກ, ຍົກສູງຖານະໃນສັງຄົມຂອງວິສະວະກອນຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂໃຫ້ເຂົາເຈົ້າເພື່ອຍົກສູງຄວາມສາມາດແລະມີຜົນສຳເລັດ, ເລັ່ງສ້າງຖັນແຖວວິສະວະກອນຜູ້ດີເດັ່ນທີ່ມີຂະໜາດໃຫຍ່.

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນເນື່ອງໃນໂອກາດປະກວດແລະຍ້ອງຍໍບຸກຄົນດີເດັ່ນທີ່ໄດ້ຮັບລາງວັນວິສະວະກອນແຫ່ງຊາດເປັນຄັ້ງທຳອິດ