ທ່ານສີຈິ້ນຜິງກ່າວຄຳປາໄສຜ່ານທາງວີດີໂອຕໍ່ງານສະຫຼອງຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີ

2024-01-29 18:40:44
ມາຈາກ:CRI

ວັນທີ 25 ມັງກອນນີ້, ງານສະຫຼອງຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີໄດ້ຖືກຈັດຂຶ້ນຢູ່ໂຮງລະຄອນແຫ່ງຊາດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງວີດີໂອເນື່ອງໃນໂອກາດງານສະຫຼອງຄັ້ງນີ້.

ທ່ານສີຈິ້ນຜິງຊີ້ອອກວ່າ: ການສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງເມື່ອ 60 ປີກ່ອນ ແມ່ນເຫດການໃຫຍ່ໃນປະຫວັດການພົວພັນສາກົນ, ໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ ແລະປະກອບສ່ວນຕໍ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງໂລກ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ປະຫວັດສາດອັນພິເສດຂອງການພົວພັນຈີນ-ຟຣັ່ງໄດ້ສ້າງ“ຈິດໃຈຈີນ-ຟຣັ່ງ”ທີ່ເປັນເອກະລາດ ເປັນເຈົ້ນຕົນເອ ເຂົ້າໃຈເຊິ່ງກັນແລະກັນ, ເບິ່ງກວ້າງມອງໄກ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໂດຍຜະເຊີນໜ້າກັບສະພາບການປ່ຽນແປງໃນຍຸກໃໝ່, ຈີນ-ຝຣັ່ງຄວນຍຶດໝັ້ນອຸດົມການຕໍ່ການສ້າງສາຍພົວພັນທາງການທູດ, ພ້ອມກັນອວ່າຍໜ້າສູ່ອະນາຄົດ ແລະກ້າເຮັດກ້າທຳຢ່າງແທ້ຈິງ ເພື່ອສ້າງຜົນງານຮ່ວມກັນ.

ທ່ານສີຈິ້ນຜິງກ່າວຄຳປາໄສຜ່ານທາງວີດີໂອຕໍ່ງານສະຫຼອງຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີ