ທ່ານ ສີຈິ້ນຜິງ ແລະ ປະທານາທິບໍດີຝຣັ່ງສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ຝຣັ່ງຄົບຮອບ60 ປີ

2024-01-29 18:42:14
ມາຈາກ:CRI

ວັນທີ 27 ມັງກອນນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ຝຣັ່ງຄົບຮອບ60 ປີ.

ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ໃນຮອບ 60 ປີຜ່ານມາ, ຈີນ-ຝຣັ່ງ ໄດ້ຍຶດໝັ້ນທາງເລືອກຍຸດທະສາດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງໄດ້ບັນລຸການພັດທະນາຮ່ວມກັນໂດຍຜ່ານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄດ້ຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນແລະກັນທາງດ້ານອະລິຍະທໍາໂດຍຜ່ານການແລກປ່ຽນຢ່າງສະເໝີພາບ ແລະ ໄດ້ສຸມໃສ່ຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຮ່ວມກັນໂດຍຜ່ານການຮ່ວມມື ແລະ ປະສານງານຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ. ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: ໂລກໃນປັດຈຸບັນໄດ້ກ້າວເຂົ້າສູ່ທາງສີ່ແຍກທີ່ເປັນຂໍ້ກຸນແຈອີກເທື່ອໜຶ່ງ. ຈີນ ແລະ ຝຣັ່ງໃນຖານະເປັນປະເທດໃຫຍ່ທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ ທັງເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຄວນຍຶດຖືອຸດົມການແຕ່ຫົວທີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ແບກຫາບຄວາມຮັບຜິດຊອບ ແລະ ພາລະໜ້າທີ່ ເພື່ອຮ່ວມກັນບຸກເບີກເສັ້ນທາງແຫ່ງການພັດທະນາຂອງມວນມະນຸດທີ່ກ້າວເດີນໄປສູ່ສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າ. ຂ້າພະເຈົ້າໃຫ້ຄວາມສໍາຄັນໃນລະດັບສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ຝຣັ່ງ, ຍິນດີສຸມຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີ ມາຄຣົງ, ຖືເອົາການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ຝຣັ່ງຄົບຮອບ 60 ປີເປັນໂອກາດທີ່ສໍາຄັນ, ຮັກສາທາດແທ້ ແລະ ການປະດິດສ້າງໃໝ່, ສືບທອດອັນເກົ່າຂະຫຍາຍອັນໃໝ່, ປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຝຣັ່ງໃຫ້ແໜ້ນແຟ້ນ ແລະ ມີຊີວິດຊີວາຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການເພີ່ມຄວາມຜາສຸກໃຫ້ກັບປະຊາຊົນສອງປະເທດກໍຄືປະຊາຊົນໂລກ.

ເນື້ອໃນສານຊົມເຊີຍຂອງທ່ານ ມາຄຣົງ ລະບຸວ່າ: ຝຣັ່ງ-ຈີນສ້າງຕັ້ງສາຍພົວພັນທາງການທູດເມື່ອ 60 ປີກ່ອນ ເປັນທາງເລືອກປະຫວັດສາດທີ່ເບິ່ງກວ້າງ ເຫັນໄກ. ໂລກໃນປັດຈຸບັນຍັງປະເຊີນກັບວິກິດການແບບບໍ່ເຄີຍມີມາກ່ອນ, ສະນັ້ນ, ຝຣັ່ງ-ຈີນ ກໍຄືເອີຣົບ-ຈີນຍິ່ງຕ້ອງຮ່ວມກັນກ້າວເດີນໄປຂ້າງໜ້າ ເພື່ອຊອກເຫັນແຜນການຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຮ່ວມກັນ. ຂ້າພະເຈົ້າຄອງຄອຍຮ່ວມກັບທ່ານປະທານ ສີຈິ້ນຜິງ, ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືທາງດ້ານເສດຖະກິດການຄ້າ, ວັດທະນະທໍາ, ຊາວໜຸ່ມ ແລະອື່ນໆລະຫວ່າງສອງຝ່າຍ, ເພີ່ມທະວີການແລກປ່ຽນ ແລະ ປະສານງານກັນກ່ຽວກັບບັນຫາທົ່ວໂລກ, ລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຝຣັ່ງ-ຈີນຢ່າງບໍ່ຢຸດຢັ້ງ ເພື່ອໄຂສັງກາດໃໝ່ແຫ່ງສາຍພົວພັນຝຣັ່ງ-ຈີນດ້ວຍພະລັງຊີວິດຊີວາທີ່ຕັ້ງໜ້າ ແລະ ເປັນທາງບວກ.

ທ່ານ ສີຈິ້ນຜິງ ແລະ ປະທານາທິບໍດີຝຣັ່ງສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ຝຣັ່ງຄົບຮອບ60 ປີ