ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະທານາທິບໍດີນາອູຣຸເນື່ອງໃນໂອກາດວັນປະກາດເອກະລາດຂອງນາອູຣຸ

2024-02-01 11:04:08
ມາຈາກ:CRI

ວັນທີ 31 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານ David Ranibok Adeang ປະທານາທິບໍດີນາອູຣຸ, ເນື່ອງໃນໂອກາດທີ່ນາອູຣຸປະກາດເອກະລາດຄົບຮອບ 56 ປີ.

ເນື້ອໃນສານສະແດງຄວາມຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ຫວ່າງກ່ອນນີ້ບໍ່ດົນ, ຈີນ ແລະ ນາອູຣູໄດ້ຟື້ນຟູສາຍພົວພັນທາງການທູດຢ່າງເປັນທາງການ, ສາຍພົວພັນສອງຝ່າຍໄດ້ເປີດປະຫວັດສາດໜ້າໃໝ່. ທ່ານປະທານາທິບໍດີເອເດອາງໄດ້ທຳການຕັດສິນທາງການເມືອງທີ່ຮັບຮອງຫຼັກການປະເທດຈີນດຽວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ເລື່ອງນີ້. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນລະຫວ່າງຈີນ ແລະ ນາອູຣຸ, ຍິນດີພະຍາຍາມຮ່ວມກັນກັບ ທ່ານປະທານາທິບໍດີເອເດອາງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຕົວຈິງ, ຮັດແໜ້ນການໄປມາຫາສູ່ກັນດ້ານວັດທະນະທຳລະຫວ່າງສອງຝ່າຍ, ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະທານາທິບໍດີນາອູຣຸເນື່ອງໃນໂອກາດວັນປະກາດເອກະລາດຂອງນາອູຣຸ