ທ່ານສີຈິ້ນຜິງເວລາໃດກໍມີຄວາມຫ່ວງໃຍເຖິງປະຊາຊົນ ແລະ ພະນັກງານຂັ້ນຮາກຖານ

2024-02-07 15:03:30
ມາຈາກ:CRI

ບຸນກຸດຈີນເປັນບຸນປະເພນີທີ່ຄົນຈີນໃຫ້ຄວາມສຳຄັນທີ່ສຸດ ແລະກໍເປັນປາງບຸນທີ່ປະຊາຊົນບັນດາເຜົ່າທົ່ວປະເທດຈີນຮ່ວມຄວາມເບີກບານແລະຄວາມສາມັກຄີເພື່ອສະເຫຼີມສະຫຼອງຢ່າງມ່ວນຊື່ນຄຶກຄື້ນ.

ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນເຄີຍກ່າວວ່າ: “ປາງບຸນກຸດຈີນ, ຂ້າພະເຈົ້າຍິ່ງມີຄວາມຫ່ວງໃຍເຖິງປະຊາຊົນແລະພະນັກງານຂັ້ນຮາກຖານ.” ຍ້ອນມີຄວາມເປັນຫ່ວງເປັນໃຍຄືແນວນີ້, ກ່ອນບຸນກຸດຈີນໃກ້ຈະໝູນວຽນມາເຖິງໃນຫຼາຍປີຜ່ານມາ,ເພິ່ນຈຶ່ງເດີນທາງລົງຮາກຖານໄປຢື້ຢາມຖາມຂ່າວພະນັກງານແລະປະຊາຊົນທັງຫຼາຍເພື່ອຮ່ວມສະຫຼອງບຸນກັບເຂົາເຈົ້າ ພ້ອມທັງຮ່ວມຫາລືວຽກງານການພັດທະນາແລະສະແຫວງຫາຄວາມສຸກ.

ວັນທີ1ກຸມພານີ້, ກົງກັບມື້ແຮມ7ຄ່ຳເດືອນ12ຕາມຈັນທະຄະຕິຈີນ ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມປະຊາຊົນກ່ອນບຸນກຸດຈີນໃກ້ຈະໝູນວຽນມາເຖິງອີກຄັ້ງ, ເຊິ່ງຈຸດໝາຍປາຍທາງຄັ້ງນີ້ແມ່ນກຳແພງນະຄອນທຽນສິນ. ເພິ່ນໄດ້ເຂົ້າເຖິງບ້ານຊົນນະບົດກໍຄືຖະໜົນເກົ່າແກ່ເພື່ອຮັບຟັງຄຳຄິດເຫັນຂອງພະນັກງານແລະປະຊາຊົນ, ທັງໃຫ້ຄຳຊີ້ນຳວຽກງານການພັດທະນາ. ການເຄື່ອນໄຫວຢ້ຽມຢາມທ້ອງຖິ່ນກ່ອນບຸນກຸດຈີນຄັ້ງນີ້ຍິ່ງສ່ອງແສງໃຫ້ເຫັນເຖິງຄວາມອົບອຸ່ນແລະຄວາມໝາຍອັນເລິກເຊິ່ງ.

ນີ້ແມ່ນເທື່ອທີ12ທີ່ທ່ານສີຈິ້ນຜິງລົງຢ້ຽມຢາມປະຊາຊົນແລະພະນັກງານຂັ້ນຮາກຖານກ່ອນບຸນກຸດຈີນຈະວຽນມາເຖິງນັບຕັ້ງແຕ່ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ. ຈາກແຂວງກ່ານຊູ້ຈົນຮອດແຂວງກຸ້ຍໂຈ່ວ, ຈາກເຂດປົກຄອງຕົນເອງມົງໂກໃນຈົນຮອດການຢື້ຢາມຖາມຂ່າວຜ່ານທາງວີດີໂອ, ແຕ່ລະປີ, ເມື່ອຮອດໂອກາດບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ເພິ່ນກໍໄດ້ລົງຮາກຖານ, ຖາມຫາຄວາມທຸກສຸກຂອງປະຊາຊົນ, ຟັງສຽງຮຽກຮ້ອງຕ້ອງການຂອງປະຊາຊົນພ້ອມທັງສົ່ງຄຳອວຍພອນອັນປະເສີດໄປຍັງເຂົາເຈົ້າ. ການເດີນທາງໄປຢ້ຽມຢາມທຸກເທື່ອລ້ວນແຕ່ມີຄຳຢື້ຢາມຖາມຂ່າວດ້ວຍຄວາມດູດດື່ມ, ມີການໃຫ້ກຳລັງໃຈຢ່າງຈິງໃຈແລະສ້າງຄວາມໝັ້ນໃຈອັນເດັດດ່ຽວໃຫ້ກັບປະຊາຊົນ.

ທ່ານສີຈິ້ນຜິງເວລາໃດກໍມີຄວາມຫ່ວງໃຍເຖິງປະຊາຊົນແລະພະນັກງານຂັ້ນຮາກຖານ. ສ່ວນຄວາມຫ່ວງໃຍຂອງເພິ່ນເວລາໃດກໍໄດ້ສ້າງຄວາມອົບອຸ່ນໃຫ້ກັບປະຊາຊົນແລະພະນັກງານຂັ້ນຮາກຖານເຊັ່ນກັນ. ປີໃໝ່ໃກ້ຈະໝູນວຽນມາເຖິງ, ຄວາມຢື້ຢາມຖາມຂ່າວຈາກທ່ານສີຈິ້ນຜິງຈະເພີ່ມກຳລັງແຮງໃຈໃຫ້ກັບປະຊາຊົນແລະພະນັກງານຂັ້ນຮາກຖານເພື່ອກ້າວເດີນໄປຂ້າງໜ້າອີກຄັ້ງໜຶ່ງ.

ທ່ານສີຈິ້ນຜິງເວລາໃດກໍມີຄວາມຫ່ວງໃຍເຖິງປະຊາຊົນ ແລະ ພະນັກງານຂັ້ນຮາກຖານ