ທ່ານສີຈິ້ນຜິງເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງຈີນ

2024-02-21 16:39:21
ມາຈາກ:CRI

ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ, ທັງເປັນປະທານຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງຈີນໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການລົງເລິກການປະຕິຮູບສູນກາງຢ່າງຮອບດ້ານສູນກາງຈີນ ໃນຕອນບ່າຍວັນທີ 19 ກຸມພານີ້.

ໃນເວລາຈັດກອງປະຊຸມ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ຕ້ອງເສີມຂະຫຍາຍບົດບາດຂອງທີ່ດິນໃນການຮັບປະກັນການພັດທະນາດ້ວຍຄຸນນະພາບສູງຢູ່ເຂດທີ່ມີທ່າແຮງ. ພວກເຮົາຄວນເລັ່ງລັດສ້າງລະບົບພື້ນຖານທີ່ມີການປະດິດສ້າງໃໝ່ຢ່າງຮອບດ້ານ ໂດຍປິ່ນອ້ອມບັນຫາພົ້ນເດັ່ນທີ່ຈຳກັດການເຊື່ອມໂຍງຢ່າງເລິກເຊິ່ງລະຫວ່າງວິທະຍາສາດເຕັກໂນໂລຊີ ກັບ ເສດຖະກິດ.

ກອງປະຊຸມຊີ້ອອກວ່າ, ຕ້ອງເສີມຂະຫຍາຍທ່າແຮງສັງລວມຂອງພາກສ່ວນຄຸ້ມຄອງໃນກໍລະນີສຸກເສີນ ແລະ ທ່າແຮງດ້ານວິຊາຊີບຂອງພາກສ່ວນແລະຝ່າຍຕ່າງໆທີ່ກ່ຽວຂ້ອງ. ຕ້ອງເພີ່ມທະວີການເຝິກອົບຮົມຕໍ່ພະນັກງານຂັ້ນຮາກຖານ ແລະ ເພີ່ມທະວີສະຕິປ້ອງກັນຄວາມສ່ຽງ ແລະ ຄວາມສາມາດກູ້ໄພດ້ວຍຕົນເອງ ຂອງມວນຊົນ.

ທ່ານສີຈິ້ນຜິງເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງຈີນ