ແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີເຊິ່ງກັນແລະກັນ ເຮັດໃຫ້ສາຍພົວພັນຈີນ-ມານດິວຍົກລະດັບຂຶ້ນຕື່ມອີກ

2024-01-08 18:58:36
ມາຈາກ:CRI

ລະຫວ່າງວັນທີ8-12ມັງກອນ2024, ທ່ານໂມຮາເມັດ ມູອິຊູ ປະທານາທິບໍດີສາທາລະນະລັດມານດິວຈະດຳເນີນການຢ້ຽມຢາມສປຈີນທາງລັດຖະກິດ ເຊິ່ງເປັນການຢ້ຽມຢາມຕ່າງປະເທດທາງລັດຖະກິດຄັ້ງທຳອິດຂອງທ່ານປະທານາທິບໍດີມູອິຊູນັບຕັ້ງແຕ່ຂຶ້ນດຳລົງຕຳແໜ່ງປະທານາທິບໍດີມານດິວເມື່ອເດືອນກັນຍາປີ2023ເປັນຕົ້ນມາ. ການຢ້ຽມຢາມຄັ້ງນີ້ຍັງຈະຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຂະຫຍາຍຕົວຂຶ້ນສູ່ລະດັບໃໝ່.

ສາຍພົວພັນຈີນ-ມານດິວໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ ພ້ອມທັງໄດ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແມ່ນຜົນມາຈາກຈີນຕັ້ງໜ້າຈັດຕັ້ງປະຕິບັດແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີເຊິ່ງກັນແລະກັນ ເຊິ່ງສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ. ເປັນເວລາດົນນານມາແລ້ວ, ຈີນໄດ້ສຸມກຳລັງເຂົ້າໃນການແບ່ງປັນຜົນງານດ້ານການພັດທະນາ, ເຕັກນິກ ແລະ ຊັບພະຍາກອນມະນຸດທີ່ໄດ້ມາແບບບໍ່ງ່າຍດາຍນັ້ນໃຫ້ກັບປະເທດອ້ອມຂ້າງ, ເຊິ່ງເຮັດໃຫ້ສາຍພົວພັນດ້ານການຕ່າງປະເທດລະຫວ່າງຈີນກັບປະເທດອ້ອມຂ້າງໄດ້ຮັບການປັບປຸງໃຫ້ໝັ້ນຄົງຕື່ມອີກ, ການຮ່ວມມືແລະຄວາມໄວ້ເນື້ອເຊື່ອໃຈກັນໄດ້ຮັບການລົງເລິກຕື່ມອີກ.

ທ່ານປະທານາທິບໍດີມູອິຊູເຄີຍກ່າວຢືນຢັນໃນເວລາໃຫ້ສຳພາດຕໍ່ສື່ມວນຊົນໃນກ່ອນໜ້ານີ້ວ່າ: ເຊື່ອໝັ້ນວ່າ ພາຍໃຕ້ຂອບຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ມິດຕະພາບແລະການຮ່ວມມືລະຫວ່າງມານດິວກັບຈີນຈະຊຸກຍູ້ໃຫ້ມານດິວມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຢ່າງຍາວນານ. ທ່ານໄດ້ຍົກຕົວຢ່າງວ່າ: ຂົວມິດຕະພາບມານດິວ-ຈີນທີ່ຈີນຊ່ວຍເຫຼືອກໍ່ສ້າງນັ້ນເປັນໂຄງການພັດທະນາທີ່ມີສັນຍາລັກແລະມີລັກສະນະການປ່ຽນແປງຫຼາຍທີ່ສຸດຂອງປະເທດຕົນໃນປະຫວັດສາດ. ນອກນີ້, ໃນຊຸມປີມໍ່ໆມານີ້, ສອງປະເທດມານດິວ-ຈີນຍັງໄດ້ປະຕິບັດໂຄງການກໍ່ສ້າງເຮືອນຢູ່, ໂຄງການປັບປຸງຂະຫຍາຍສະໜາມບິນສາກົນເວລານາແລະອື່ນໆ ເຊິ່ງໄດ້ຊຸກຍູ້ການພັດທະນາມານດິວຢ່າງແຂງແຮງ.

ທຸກມື້ນີ້, ຈີນໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ສະໜິດສະໜົມຂອງມານດິວ, ສາຍພົວພັນຈີນ-ມານດິວໄດ້ກາຍເປັນຕົວແບບທີ່ປະເທດໃຫຍ່ແລະນ້ອຍປະຕິບັດຕໍ່ກັນຢ່າງສະເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ສະພາບການໃນຍຸກໃໝ່, ແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີເຊິ່ງກັນແລະກັນຈະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນປະໂຫຍດໃຫ້ແກ່ປະເທດອ້ອມຂ້າງຫຼາຍກວ່າເກົ່າ, ຮ່ວມກັນຊຸກຍູ້ຂະບວນການຄວາມທັນສະໄໝຂອງອາຊີ ແລະຈະໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງຈາກປະເທດອ້ອມຂ້າງຫຼາຍກວ່າເກົ່າ.

ແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີເຊິ່ງກັນແລະກັນ ເຮັດໃຫ້ສາຍພົວພັນຈີນ-ມານດິວຍົກລະດັບຂຶ້ນຕື່ມອີກ