ບຸນກຸດຈີນ ກາຍເປັນວັນພັກລັດຖະການຂອງສະຫະປະຊາຊາດ

2024-01-03 10:52:29
ມາຈາກ:

ກອງປະຊຸມໃຫຍ່ຂອງສະຫະປະຊາຊາດ ຄັ້ງທີ 78 ໄດ້ປຶກສາຫາລືເປັນເອກະພາບ ແລະ ຕົກລົງວ່າ, ຈະກໍານົດເອົາບຸນກຸດຈີນເປັນວັນພັກລັດຖະການຂອງສະຫະປະຊາຊາດ. ບຸນກຸດຈີນ ໃນນາມເປັນບຸນປະເພນີຂອງຈີນ, ບໍ່ພຽງແຕ່ເປັນມື້ບຸນທີ່ເຕົ້າໂຮມຄວາມສາມັກຄີຂອງຄອບຄົວ ແລະ ເປັນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເທົ່ານັ້ນ, ມັນຍັງໄດ້ບັນຈຸເອົາຄຸນຄ່າຮ່ວມກັນຂອງມະນຸດໂຮມເຂົ້າກັນ, ເຊັ່ນ: ຄວາມກົມກຽວປອງດອງຂອງຄອບຄົວ, ຄວາມໂອບເອື້ອອາລີຂອງສັງຄົມ, ຄວາມກົມກຽວລະຫວ່າງ ມະນຸດ ກັບ ທໍາມະຊາດ ເປັນຕົ້ນ. ປັດຈຸບັນນີ້, ມີຫຼາຍປະເທດ ແລະ ເຂດແຄວ້ນ ໄດ້ກໍານົດເອົາບຸນກຸດຈີນ ເປັນວັນພັກລັດຖະການ, ໃນທົ່ວໂລກມີຈໍານວນຄົນປະມານ ໜຶ່ງສ່ວນຫ້າ ໄດ້ສະເຫຼີມສະຫຼອງບຸນກຸດຈີນໂດຍຜ່ານຮູບແບບຕ່າງໆ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຈີນ ສະບັບຕ່າງປະເທດ

ບຸນກຸດຈີນ ກາຍເປັນວັນພັກລັດຖະການຂອງສະຫະປະຊາຊາດ