ສັບປະດາເສື້ອຜ້າອາພອນແຟຊັນ ຊູຊົງ ຈີນ​ ຄັ້ງທຳອິດ​ໄດ້ຈັດຂຶ້ນຢູ່ເມືອງອູຕິ້ງ

2024-01-08 18:04:53
ມາຈາກ:

ວັນທີ 2 ມັງກອນນີ້, ສັບປະດາເສື້ອຜ້າອາພອນແຟຊັນ ຊູຊົງ ຈີນ ​ຄັ້ງທຳອິດ​ ກໍຄື ການໂຊເສື້ອຜ້າອາພອນຊົນເຜົ່າ ເມືອງອູຕິ້ງ (Wuding) ໄດ້ຈັດຂຶ້ນຢູ່​ເມືອງບູຮານເຜົ່າຢີ ກິ່ງແຂວງ ຊູຊົງ (Chuxiong).

ບັນດານາງແບບ​ໄດ້ຂຶ້ນເວທີຢ່າງງົດງາມຕະການຕາ ​ດ້ວຍຊຸດອາພອນ 32 ຊຸດ ທີ່ເປັນເອກະລັກຂອງເຜົ່າຢີ, ເຜົ່າລີຊູ ​ແລະ ເຜົ່າມົ້ງ ເມືອງອູຕິ້ງ, ເສື້ອອາພອນດັ່ງກ່າວບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຊຸດອາພອນພື້ນເມືອງຂອງຊົນເຜົ່າເທົ່ານັ້ນ, ຫາກຍັງມີການປະດິດສ້າງ ​ແລະ ການປັບປຸງ​ທີ່ໄດ້ສອດຫ້ອຍກັບປັດໄຈທັນສະໄໝເຂົ້ານໍາ, ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັກຫອມ ແລະ ຄວາມມຸ່ງມາດປາຖະໜາຕໍ່ຊີວິດທີ່ດີງາມ.
ແຫຼ່ງຂ່າວ: ເວັບໄຊຢູນນານ

ສັບປະດາເສື້ອຜ້າອາພອນແຟຊັນ ຊູຊົງ ຈີນ​ ຄັ້ງທຳອິດ​ໄດ້ຈັດຂຶ້ນຢູ່ເມືອງອູຕິ້ງ