ນັກທ່ອງທ່ຽວພາກໃຕ້ຈີນ​ໄດ້ໄປທ່ຽວຫຼິ້ນນະຄອນຮາບິນຢ່າງຫຼວງຫຼາຍ

2024-01-08 18:18:34
ມາຈາກ:

ຫວ່າງມໍ່ໆມານີ້, ການທ່ອງທ່ຽວຫິມະນໍ້າກ້ອນ ຢູ່ພາກຕາເວັນອອກສ່ຽງເຫນືອຂອງຈີນ ໄດ້ຮັບຄວາມນິຍົມຫຼາຍ, ຫົວຂໍ້ “ມັນຝຣັ່ງນ້ອຍຂອງພາກໃຕ້” ໄດ້ກາຍເປັນຫົວຂໍ້ພົ້ນເດັ່ນໃນການຄົ້ນຫາຂອງອິນເຕີເນັດ.

“ມັນຝຣັ່ງນ້ອຍຂອງພາກໃຕ້” ເປັນຊື່ຫຼິ້ນອັນໜ້າຮັກທີ່ຄົນພາກເໜືອຂອງຈີນ ຕັ້ງຊື່ໃຫ້ຄົນພາກໃຕ້ຂອງຈີນ. ເນື່ອງຈາກວ່ານັກທ່ອງທ່ຽວທີ່ມາຈາກພາກໃຕ້​ບາງຄົນມີຮູບຮ່າງນ້ອຍ, ແລະ ໄດ້ໃສ່ເສື້ອກັນຫນາວ​ສີອ່ອນ​ ແລະ​ ໃສ່ໝວກຫນ້າຮັກ, ເຄື່ອງນຸ່ງຫົ່ມທີ່ຫນັກໜາ​ເຮັດໃຫ້ເຂົາເຈົ້າເບິ່ງຕຸ້ຍໆມົນໆ.

“ມັນຝຣັ່ງນ້ອຍຂອງພາກໃຕ້” ເຫຼົ່ານີ້, ນອກຈາກໄປທ່ຽວຫຼິ້ນຢູ່ສວນໂລກຫິມະນ້ຳກ້ອນທີ່ມີຊື່ສຽງ, ໂບດ ເຊນໂຊເຟຍ ແລະ ຖະໜົນຄົນຍ່າງໃຈກາງເມືອງ, ຍັງໄດ້ກ້າວເຂົ້າສູ່ສູນອາບນ້ຳຂອງພາກຕາເວັນອອກສ່ຽງເໜືອ ເພື່ອສຳຜັດກັບວັດທະນະທຳການອາບນ້ຳທີ່ມີເອກະລັກສະເພາະຂອງພາກຕາເວັນອອກສ່ຽງເໜືອຈີນ. ພວກເຂົາເຈົ້າຍັງປາກົດຢູ່ແຄມແມ່ນ້ໍາ, ຕະຫຼາດເຊົ້າ ແລະ ຕະຫຼາດຂາຍຜັກຂອງນະຄອນຮາບິນ (Ha’erbin).

ອີງຕາມສະຖິຕິຈາກເວທີການທ່ອງທ່ຽວແຫ່ງໜຶ່ງໃຫ້ຮູ້ວ່າ, ຄວາມນິຍົມດ້ານການທ່ອງທ່ຽວຂອງນະຄອນຮາບິນ ແຂວງເຮີຍຫຼົງຈຽງ (Heilongjiang) ໄດ້ເພີ່ມຂຶ້ນ 300%, ກາຍເປັນສະຖານທີ່ທ່ອງທ່ຽວທີ່ຍອດນິຍົມໃນລະດູຫນາວປີນີ້ຂອງຈີນ. ໃນໄລຍະວັນຂຶ້ນປີໃຫມ່, ການຈອງເຮືອນພັກຂອງນະຄອນຮາບິນ ໄດ້ເພີ່ມຂຶ້ນ 27 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ແຫຼ່ງຂ່າວ: ເວັບໄຊເສດຖະກິດຈີນ, ບັນຊີວີແຊັດທາງການຂອງໜັງສືພິມລາຍວັນປະຊາຊົນຈີນ

ນັກທ່ອງທ່ຽວພາກໃຕ້ຈີນ​ໄດ້ໄປທ່ຽວຫຼິ້ນນະຄອນຮາບິນຢ່າງຫຼວງຫຼາຍ