ນະຄອນຄຸນໝິງ ຖືກຈັດເຂົ້າບັນຊີຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມ 10 ອັນດັບທຳອິດ ໃນປີໃໝ່ 2024

2024-01-08 18:20:10
ມາຈາກ:

ວັນທີ 1 ມັງກອນ 2024 ຜ່ານມາ, ​ຕາມຂໍ້ມູນຈາກ Ctrip, Qunar, Tongcheng ​ແລະ​ເວທີ​ອື່ນໆ​ໄດ້ສະແດງໃຫ້ເຫັນວ່າ, ​ໃນໄລຍະວັນພັກປີໃໝ່ 2024, ຕະຫຼາດການທ່ອງທ່ຽວຂອງ​ຈີນ​ໄດ້ສືບຕໍ່ຮ້ອນແຮງຂຶ້ນ, ຫົວຂໍ້ການເດີນທາງໃນການທ່ອງທ່ຽວລະດູໜາວ​ເຊັ່ນ: ການທ່ອງທ່ຽວຫິມະນ້ຳກ້ອນ, ການທ່ອງທ່ຽວບໍ່ນໍ້າອຸ່ນ, ການທ່ອງທ່ຽວເພື່ອລີ້ລະດູໜາວ ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນນັ້ນນະຄອນຫຼວງປັກກິ່ງ, ນະຄອນຊົງຊິ້ງ (Chongqing), ນະຄອນກວາງໂຈ່ວ (Guangzhou), ນະຄອນຮາບິນ (Ha’erbin), ນະຄອນເສິງຕູ່ (Chengdu), ນະຄອນຄຸນໝິງ (Kunming), ນະຄອນກຸ້ຍຢາງ (Guiyang), ນະຄອນຊີອ່ານ (Xi’an), ນະຄອນຊຽງໄຮ້ (Shanghai) ແລະ ນະຄອນເສີນເຈີ້ນ (Shenzhen) ກາຍເປັນສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນວັນພັກປີໃໝ່ປີນີ້.

ໃນໄລຍະວັນພັກປີໃໝ່ສາກົນ, ປະລິມານການສັ່ງຈອງການທ່ອງທ່ຽວຂອງນະຄອນຄຸນໝິງ​ໄດ້​ເພີ່ມຂຶ້ນ 44% ​ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນອກຈາກນີ້, ການເດີນທາງໄປຕ່າງປະເທດຂອງຊາວເມືອງຄຸນໝິງໃນວັນພັກປີໃໝ່​ໄດ້ເພີ່ມຂຶ້ນ 334% ​ເມື່ອທຽບໃສ່ໄລຍະດຽວກັນຂອງປີ​ຜ່ານມາ, ​ໃນນັ້ນ, ຈຸດໝາຍປາຍທາງທີ່ມີຄວາມນິຍົມທີ່ສຸດໃນການເດີນໄປຕ່າງປະເທດມີປະເທດໄທ, ຍີ່ປຸ່ນ, ສິງກະໂປ ແລະ ມາເລເຊຍ.

ຕາມຂໍ້ມູນການເດີນທາງຈາກ​Tongcheng ​ສະແດງໃຫ້ເຫັນວ່າ, ນັກທ່ອງທ່ຽວຈາກພາກໃຕ້ໄປພາກເໜືອຈີນເພື່ອເບິ່ງຫິມະ, ​ນັກທ່ອງທ່ຽວຈາກພາກເໜືອໄປພາກໃຕ້ຈີນ​ເພື່ອລີ້ຄວາມໜາວ ມີທ່າອ່ຽງເພີ່ມຂຶ້ນຢ່າງຊັດແຈ້ງ. ຈຸດໝາຍປາຍທາງທີ່ໄປທ່ຽວຕ່າງປະເທດທີ່ນິຍົມທີ່ສຸດ ມີ ບາງກອກ, ກົວລາລຳເປີ, ສິງກະໂປ, ໂຕກຽວ, ພູເກັດ, ເຊອຸນ, ດູໄບ, ນະຄອນໂຮ່ຈີມິນ, ມະນີລາ ແລະ ຊຽງໃໝ່.
ແຫຼ່ງຂ່າວ: ເວັບໄຊຢູນນານ

ນະຄອນຄຸນໝິງ ຖືກຈັດເຂົ້າບັນຊີຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມ 10 ອັນດັບທຳອິດ ໃນປີໃໝ່ 2024