ມາສິບສອງພັນນາ ຫຼິ້ນບຸນຫົດນໍ້າທຸກມື້

2024-01-19 17:59:00
ມາຈາກ:

ທີ່ເຂດທ່ອງທ່ຽວສວນເຜົ່າລື້ສິບສອງພັນນາ, ນັກທ່ອງທ່ຽວສາມາດເລາະຫຼິ້ນຢູ່ 5ບ້ານທໍາມະຊາດຂອງເຜົ່າລື້ທີ່ໄດ້ຮັກສາວັດທະນະທໍາດັ້ງເດີມໄວ້ເປັນຢ່າງດີ ເຊັ່ນ:​ ເມືອງຈຽງ, ເມືອງຊຸນມານ, ເມືອງຖິ່ງ, ເມືອງຈາ, ເມືອງກາ,​ ພ້ອມທັງຊີມອາຫານເຜົ່າລື້ໃນທ້ອງຖິ້ນ, ສໍາຜັດກັບມໍລະດົກວັດທະນະທໍານາມມະທໍາ. ທຸກມື້ເມື່ອຮອດເວລາ 15:00 ໂມງ, ນັກທ່ອງທ່ຽວຈະທະຍອຍກັນໄປຮອດ ສະໜາມຫົດນໍ້າ ຊົມເບິ່ງ ການເຕັ້ນສາມັກຄີ ແລະ ຂະບວນແຫ່ລົດດອກໄມ້, ພ້ອມທັງຫົດນໍ້າອວຍພອນເຊິ່ງກັນແລະກັນ.


ແຫຼ່ງຂ່າວ: ເວັບໄຊຢຸນນານ

ມາສິບສອງພັນນາ ຫຼິ້ນບຸນຫົດນໍ້າທຸກມື້