ຄາດວ່າການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນປີ 2024 ຈະຫຼາຍກວ່າ 9 ຕື້ເທື່ອຄົນ

2024-01-29 18:27:51
ມາຈາກ:

ໄລ​ຍະ​ຂົນ​ສົ່ງ​ບຸນ​ກຸດ​ຈີນ​ປີ 2024 ໄດ້​ເລີ່ມ​ແຕ່​ວັນ​ທີ 26 ມັງ​ກອນ ​​ຫາ ວັນ​ທີ 5 ມີ​ນາ. ຫ້ອງ​ການ​ຖະ​ແຫຼງ​ຂ່າວ ​ຄະ​ນະ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ໃນ​ໄລ​ຍະ​ຂົນ​ສົ່ງ​ບຸນ​ກຸດ​ຈີນ​ປີ​ນີ້, ຈຳ​ນວນ​ຜູ້​ໂດຍ​ສານ ​ທີ່​ຈະເດີນທາງໄປມາລະຫວ່າງ​ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ ຈະ​ບັນ​ລຸ​ເຖິງ 9 ຕື້​ເທື່ອ​ຄົນ. ໃນ​ນັ້ນ, ຜູ້​ຂັບ​ລົດສ່ວນຕົວ​​ຈະ​ມີ​ປະ​ມານ 7,2 ຕື້​ເທື່ອ​ຄົນ, ຈຳ​ນວນ​ຜູ້​ໂດຍ​ສານທີ່ຈະເດີນທາງຕາມ​ທາງ​ລົດ​ໄຟ, ທາງຫຼວງ, ທາງ​ນ້ຳ ແລະ ທາງສາຍ​ການ​ບິນ​ ​ຈະ​ບັນ​ລຸ​ເຖິງ 1,8 ຕື້​ເທື່ອ​ຄົນ.

ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ, ຂ່າວ CCTV ແລະ ອື່ນໆ

ຄາດວ່າການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນປີ 2024 ຈະຫຼາຍກວ່າ 9 ຕື້ເທື່ອຄົນ