ຫໍພິພິທະພັນແກ້ວມໍລະກົດລານຢົ້ວຢຸນນານ ໄດ້ເປີດບໍລິການຢ່າງເປັນທາງການ

2024-01-29 18:37:13
ມາຈາກ:

ຫວ່າງ​ມໍ່ໆ​ມາ​ນີ້, ຫໍ​ພິ​ພິທະພັນ​ແກ້ວ​ມໍ​ລະ​ກົດ​ລານ​ຢົ້ວນູ້ຈ່ຽງ​ນະຄອນ​ປົກ​ຄອງ​ຕົນ​ເອງ​ລີ​້ຊູ​ ຫຼູ​ສຸຍ (Lushui) ​ກິ່ງ​ແຂວງນູ້​ຈ່ຽງ (Nu Jiang) ​ແຂວງ​ຢຸນ​ນານ​​ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ ຊຶ່ງເປັນ​ຫໍ​ພິ​ພິ​ທະ​ພັນ​ແກ້ວ​ມໍ​ລະ​ກົດ​ແຫ່ງ​ທຳ​ອິດ​ຂອງ​ຈີນ.

ຫໍ​ພິ​ພິ​ທະ​ພັນ​ດັ່ງ​ກ່າວ, ​ມີ​ເນື້ອ​ທີ່​ກໍ່​ສ້າງ 1.660 ຕາ​ແມັດ ເຊິ່ງ​ໄດ້​ວາງ​ສະ​ແດງ​ແກ້ວ​ທຸກ​ປະ​ເພດທີ່​ຂຸດ​ຄົ້ນ​ໄດ້ ໃນ​ກິ່ງ​ແຂວງ​ນູ້​ຈ່ຽງ ພ້ອມ​ທັງ​ແກ້ວມໍ​ລະ​ກົດ​ ທີ່​ຂຸດ​ຄົ້ນໄດ້​ຈາກ​ເຂດ​ລຽບ​ແມ່​ນ້ຳ​ນູ້​ຈ່ຽງ, ຢົກ​ເຫີ​ຖຽນ ທີ່​ຂຸດ​ຄົ້ນໄດ້ ​ຈາກ​ເຂດ​ລຽບ​ຕາມ​ແມ່​ນ້ຳ​ຕູ​ລົງຈ່ຽງ (Dulong Jiang) ແລະ ຢົກ​ລາຍ​ຂອງ​ແມ່​ນ້ຳ​ນູ້​ຈ່ຽງ, ລວມ​ມີ​ແກ້ວ​ປະ​ເພດ​ຕ່າງໆຫຼາຍກວ່າ 3 ໝື່ນ​ອັນ ແລະ ມີ​ມູນ​ຄ່າຫຼາຍກວ່າ 1 ຕື້ຢວນ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ຫໍພິພິທະພັນແກ້ວມໍລະກົດລານຢົ້ວຢຸນນານ ໄດ້ເປີດບໍລິການຢ່າງເປັນທາງການ