ທິວທັດນ້ຳກ້ອນ ແລະ ຫິມະຂອງຊຽວຊາວປ້າເມືອງຢີລ້ຽງແຂວງຢູນນານສວຍງາມຢ່າງໄຮ້ຂອບເຂດ

2024-01-31 11:29:36
ມາຈາກ:

ວັນທີ 27 ມັງກອນນີ້, ເຂດການທ່ອງທ່ຽວເຊີງນິເວດຊຽວຊາວປ້າເມືອງຢີລ້ຽງນະຄອນຈາວທົງແຂວງຢູນນານໄດ້ຖືກປົກຫຸ້ມໄປດ້ວຍຫິມະ, ດ້ວຍພູນ້ຳກ້ອນ, ນ້ຳໝອກກ້າມ, ນ້ຳຕົກນ້ຳກ້ອນ...ທິວທັດຂອງນ້ຳກ້ອນ ແລະ ຫິມະນັ້ນມັນຊ່າງສວຍສົດງົດງາມຢ່າງໄຮ້ຂອບເຂດ.

 

ເຂດທ່ອງທ່ຽວເຊີງນິເວດຊຽວຊາວປ້າເມືອງຢີລ້ຽງເປັນຈຸດຊົມວິວລະດັບ AAAA ແຫ່ງຊາດ. ມັນປະສົມປະສານທິວທັດທີ່ມີປ່າໄມ້, ແມ່ນ້ຳ ແລະ ສາຍນ້ຳ, ຍອດພູ ແລະ ຮ່ອມພູ, ນ້ຳຕົກຕາດ, ໜອງນ້ຳ ແລະ ປ່າຫີນ. ທິວທັດສີ່ລະດູຢູ່ນີ້ທີ່ມີສະເໜ່, ເປັນສະຖານທີ່ເໝາະສົມສໍາລັບ:ການຊື່ນຊົມດອກໄມ້ໃນລະດູໃບໄມ້ປົ່ງ, ການເບິ່ງນ້ຳຕົກໃນລະດູຮ້ອນ, ເກັບເອົາໃບໄມ້ໃນລະດູໃບໄມ້ຫຼົ່ນແລະ ຫຼີ້ນຫິມະໃນລະດູຫນາວ.

ແຫຼ່ງຂ່າວ: ເວບໄຊຢູນນານ

ນັກຂ່າວ: ຢາງຈືຮຸຍ ເພິງຮົງ

ທິວທັດນ້ຳກ້ອນ ແລະ ຫິມະຂອງຊຽວຊາວປ້າເມືອງຢີລ້ຽງແຂວງຢູນນານສວຍງາມຢ່າງໄຮ້ຂອບເຂດ