ມາຮ້ານທີ່ມີລັກສະນະພິເສດແຂວງຢູນນານເພື່ອດື່ມກາເຟ ແລະ ຊົມວິວທິວທັດ

2024-02-04 16:06:36
ມາຈາກ:

ຢູ່ນະຄອນຄຸນໝິງແຂວງຢູນນານມີຮ້ານກາເຟທີ່ມີລັກສະນະພິເສດຂອງແຂວງຢຸນນານຊື່ວ່າ “ຕີ້ຜິງຊ້ຽນ”. ນາງ ລິວຣູຍຫຼີນ ຜູ້ຈັດການທີ່ມາຈາກນະຄອນຄຸນໝິງ, ນາງໄດ້ຄົ້ນຄວ້າເຄື່ອງດື່ມກາເຟພິເສດທີ່ສະແດງເຖິງລົດຊາດຂອງແຂວງຢູນນານມາເປັນເວລາດົນນານ. ກາເຟພິເສດສຸດສ້າງສັນເຊັ່ນ "ຕະຫຼາດເຊົ້າຈ້ວນຊີນ", "ສາວສິບສອງພັນນາ" ແລະ "ກາເຟລາເຕສະອີ້ວໂທດົງ" ແມ່ນຜະລິດຕະພັນທີ່ຂາຍດີທີ່ສຸດໃນຮ້ານນີ້.

ການປະສົມຂອງເມັດກາເຟ ແລະ ເຄື່ອງປຸງແຕ່ງອາຫານທີ່ມີລັກສະນະພິເສດຂອງທ້ອງຖິ່ນ ເຮັດໃຫ້ກາເຟພິເສດທີ່ມີວັດທະນະທຳເຂດຢູນນານເປັນທີ່ນິຍົມຫອມຫວນຊວນໃຫ້ຫຼົງໄຫຼໄປທົ່ວປະເທດ. ເມັດກາເຟຢູນນານນຳໃຊ້ວັດທະນະທຳທ້ອງຖິ່ນສ້າງກາເຟປະເພດທີ່ມີຄວາມຫຼາກຫຼາຍ ແລະ ລົດຊາດຟິວຊັນ(ກົມກ່ອມ).

ທ່ານ ຢູຈືຫຸຍ ຜູ້ຈັດການບໍລິສັດ PcupCoffee ຈາກແຂວງເຫີນານໄດ້ຢູ່ໃນເຂດຜະລິດກາເຟຂອງແຂວງຢູນນານເປັນເວລາສິບປີ, ລາວມັກຈະໄປເຂດຜະລິດກາເຟພູເອີ ແນະນໍາຊາວກະສິກອນປູກກາເຟເພື່ອປຸງແຕ່ງເມັດກາເຟ ແລະ ປູກແນວພັນໃຫມ່ຕາມຄວາມຕ້ອງການຂອງຮ້ານກາເຟ, ແລະນຳພາລູກຄ້າໄປສວນກາເຟເພື່ອຊອກຫາເມັດກາເຟຄຸນນະພາບສູງ. ຍັງໃຫ້ການຝຶກອົບຮົມເຕັກໂນໂລຊີກາເຟ. ທ່ານ ຢູຈືຫຸຍ ເວົ້າວ່າ, "ພວກເຮົາຕ້ອງການໃຊ້ຮ້ານກາເຟເຊື່ອມໂຍງເຂດການຜະລິດ ແລະ ຜູ້ບໍລິໂພກ, ແລະ ນໍາສະເໜີເມັດກາເຟຄຸນນະພາບສູງໃຫ້ແຫ່ຜູ້ບໍລິໂພກ ແລະ ວິສາຫະກິດ ດ້ວຍວິທີໂດຍກົງຫຼາຍກວ່າເກົ່າ".

ຢູ່ບ້ານຕ້າຄາຍເຫີນະຄອນພູເອີແຂວງຢູນນານ, ສວນກາເຟໄທຝູລາຍ ໄດ້ກໍ່ສ້າງ "ເຮືອນນັ່ງສະມາທິດວງຈັນ"ໂດຍໃຊ້ສິ່ງເສດເຫຼືອຕ່າງໆເຊັ່ນກາກກາເຟ. ນັກທ່ອງທ່ຽວບາງຄົນດື່ມກາເຟ ແລະ ຖ່າຍຮູບໃນ "ເຮືອນນັ່ງສະມາທິດວງຈັນ" ເຂົາເຈົ້າຊື່ນຊົມກ້ອນເມກທີ່ໄຫຼຜ່ານ ແລະ ພູເຂົາມ້ວນຜ່ານທາງເຂົ້າຖໍ້າ, ແລະ ຍັງສາມາດເບິ່ງດວງດາວໃນເວລາກາງຄືນໄດ້ອີກດ້ວຍ.

ນາງ ລິວຈືເຢ ນັກທ່ອງທ່ຽວຈາກກວາງຕຸ້ງກ່າວວ່າ, ການດື່ມກາເຟ ແລະ ຊົມເບິ່ງທິວທັດຈາກແຫຼ່ງກຳເນີດກາເຟ ເປັນປະສົບການພິເສດທີ່ບໍ່ເໝືອນໃຜ, ພູຜາປ່າໄມ້ທີ່ງຽບສະຫງົບກໍທໍາໃຫ້ຄົນຮູ້ສຶກຜ່ອນຄາຍສະບາຍໆ.

ທ່ານ ຈ່າງຊີຢິງ ຮອງຜູ້ອຳນວຍການຫ້ອງການວັດທະນະທຳ ແລະ ທ່ອງທ່ຽວນະຄອນພູເອີໃຫ້ຮູ້ວ່າ: ເນື້ອຫາທີ່ກ່ຽວຂ້ອງກັບກາເຟ ເຊັ່ນ: ການເກັບເມັດກາເຟ, ການຊົງກາເຟ, ການດື່ມກາເຟ ໄດ້ກາຍເປັນປະສົບການໃໝ່ໃນການທ່ອງທ່ຽວເຊີງວັດທະນະທຳຂອງນະຄອນພູເອີ, ຜະລິດຕະພັນຄຸນນະພາບສູງ, ຜະລິດຕະພັນການທ່ອງທ່ຽວທີ່ກ່ຽວກັບກາເຟທີ່ມີລັກສະນະສະເພາະ ເປັນທີ່ນິຍົມຂອງຜູ້ບໍລິໂພກ.

ແຫຼ່ງຂ່າວ: ເວບໄຊຊີນຮວາ

ມາຮ້ານທີ່ມີລັກສະນະພິເສດແຂວງຢູນນານເພື່ອດື່ມກາເຟ ແລະ ຊົມວິວທິວທັດ