ພົນລະເມືອງຈີນຕັ້ງໃຈໄປທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ ຈະຊຸກຍູ້ໃຫ້ການທ່ອງທ່ຽວສາກົນຟື້ນຟູໄວຂຶ້ນ

2024-02-07 15:30:21
ມາຈາກ:CRI

ຫວ່າງບໍ່ດົນມານີ້, ສະຖາບັນຄົ້ນຄວ້າການທ່ອງທ່ຽວຈີນໄດ້ເຜີຍແຜ່ “ບົດລາຍງານປະຈຳປີກ່ຽວກັບການທ່ອງທ່ຽວຕ່າງປະເທດຂອງຈີນ(2023-2024) ” ໂດຍຢືນຢັນວ່າ, ປີ 2023, ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫຼາຍກວ່າ 87 ລ້ານເທື່ອຄົນ, ຄາດຄະເນວ່າ ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດໃນປີ 2024 ຈະມີເຖິງ 130 ລ້ານເທື່ອຄົນ. ຄຽງຄູ່ກັບຕະຫຼາດການທ່ອງທ່ຽວຈີນມີພະລັງຂັບເຄື່ອນເພີ່ມຂຶ້ນ ແລະ ພົນລະເມືອງຈີນມີຄວາມປາຖະໜາທີ່ໄປທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ, ການທ່ອງທ່ຽວສາກົນຢູ່ພາກພື້ນອາຊີປາຊີຟິກມີຫວັງຈະຟື້ນຟູໄວຂຶ້ນກວ່າເກົາ.

ປັດຈຸບັນ, ຄຽງຄູ່ກັບບຸນກຸດຈີນໃກ້ຈະວຽກມາເຖິງ, ການທ່ອງທ່ຽວໃນໄລຍະບຸນກຸດຈີນກໍເລີ່ມຟົດຟື້ນຂຶ້ນ. ຂ່າວສານລອຍເຕີປະເທດອັງກິດລາຍງານວ່າ, ໃນໄລຍະບຸນກຸດຈີນ, ນອກຈາກການທ່ອງທ່ຽວພາຍໃນປະເທດທີ່ຟົດຟື້ນແລ້ວ, ພົນລະເມືອງຈີນມີຄວາມປາຖະໜາທີ່ຢາກເດີນທາງໄປທ່ອງທ່ຽວຕ່າງປະເທດກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຫຼາຍມື້ມານີ້, ຈີນ ແລະ ຫຼາຍປະເທດໄດ້ໃຊ້ມາດຕະການຍົກເວັ້ນວີຊ່າເຊິ່ງກັນ ແລະ ກັນ, ພົນລະເມືອງຈີນທີ່ໄປທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນໄດ້ກາຍເປັນທ່ວງທ່າລວມ. ເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ຫຼາຍກວ່າເກົ່າ, ປະເທດຈຸດໝາຍປາຍທາງຕ່າງໆກໍໄດ້ຫຼຸດຜ່ອນຂໍ້ຈຳກັດດ້ານການອອກວີຊ່າໃຫ້ແກ່ພົນລະເມືອງຈີນ, ຫຼຸດຂັ້ນຕອນການອອກວີຊ່າ, ເປີດນຳໃຊ້ວີຊ່າເອເລັກໂຕຣນິກ, ປະຢັດເວລາເຮັດວີຊ່າ, ເຮັດໃຫ້ການເຂົ້າເມືອງມີຄວາມສະດວກກວ່າເກົ່າ. ວັນທີ 1 ກຸມພານີ້, ທ່ານອາມາ ອາບຸດ ຈາປານ ຫົວໜ້າອົງການທ່ອງທ່ຽວມະເລເຊຍກ່າວວ່າ, ອົງການຕົນພວມຕັ້ງໜ້າກຳນົດນະໂຍບາຍ,ເພື່ອບັນລຸເປົ້າໝາຍທີ່ດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ຫຼາຍກວ່າ 5 ລ້ານເທື່ອຄົນໃນປີ 2024.

ຄຽງຄູ່ກັບການຮ່ວມມືລະຫວ່າງຈີນກັບ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມແໜ້ນແຟ້ນກວ່າເກົ່າ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງໄດຮັບການປັບປຸງດີຂຶ້ນຕື່ມອີກ, ນັກທ່ອງທ່ຽວຈີນມີຄວາມເຂົ້າໃຈ ແລະຄວາມສົນໃຈເພີ່ມຂຶ້ນຕໍ່ປະເທດເຫຼົ່ານີ້. ຫວ່າງກ່ອນນີ້ບໍ່ດົນ, ໜັງສືພິມນິກເຄ ຂອງຍີ່ປຸ່ນໄດ້ລາຍງານຂ່າວກ່ຽວກັບສະພາບຄວາມຟົດຟື້ນຂອງເສັ້ນທາງລົດໄຟຈີນ-ລາວວ່າ: “ຄຽງຄູ່ກັບລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວຂະບວນໜຶ່ງແລ່ນໄປຮອດຫຼວງພະບາງ, ຢູ່ສະຖານີລົດໄຟຫຼວງພະບາງເຕັມໄປດ້ວຍນັກທ່ອງທ່ຽວຈີນ. ລົດໂດຍສານຂະໜາດໃຫຍ່ 50 ຄັນລຽນແຖວຢູ່ໜ້າສະຖານີລົດໄຟ, ກຣຸບນັກທ່ອງທ່ຽວຈີນໄດ້ຂຶ້ນລົດໄປຕາມໆກັນ. ຍ້ອນໄລຍະພັກບຸນກຸດຈີນໃກ້ຈະວຽນມາເຖິງ, ຜູ້ຂີ່ລົດໄຟໄດ້ເພີ່ມຂຶ້ນ, ໃນລົດໄຟແມ່ນຮເກືອບເຕັມໝົດ.” ນັບມາຮອດທ້າຍເດືອນທັນວາປີ 2023, ຢູ່ດ່ານບໍ່ຫານຕາມຊາຍແດນຈີນ-ລາວໄດ້ກວດກາຜູ້ໂດຍສານເຂົ້າອອກເມືອງຫຼາຍກວ່າ 110.000ເທື່ອຄົນ. ພາຍໃຕ້ການຊຸກຍູ້ຂອງເສັ້ນທາງລົດໄຟຈີນ-ລາວ, ພົນລະເມືອງຈີນທີ່ໄປທ່ອງທ່ຽວລາວນັບມື້ນັບເພີ່ມຂຶ້ນ.

ນອກນີ້, ອີງຕາມຂໍ້ມູນສະຖິຕິຂອງເວັບໄຊAPP VariFlight ສະແດງໃຫ້ເຫັນວ່າ, ແຕ່ເດືອນມັງກອນ ປີ2024 ເປັນຕົ້ນມາ, ຖ້ຽວບິນລະຫວ່າງຈີນກັບເອີຣົບໄດ້ເພີ່ມຂຶ້ນ 200 ກວ່າຖ້ຽວເມື່ອທຽບໃສ່ເດືອນທັນວາປີ 2023, ຈຳນວນຖ້ຽວບິນທີ່ບິນໄປສູ່ເອີຣົບໄດ້ຟື້ນຟູຂຶ້ນເປັນປະມານ 85% ຂອງປີ 2019. ພຽງແຕ່ 6 ປະເທດ ຄື: ແອັດສະປາຍ, ອິຕາລີ, ອັງກິດ, ຝຣັ່ງ, ເຢຍລະມັນ ແລະ ສະວິດ, ກໍມີ 100 ກວ່າຕົວເມືອງທີ່ຈະຕ້ອນຮັບນັກທ່ອງທ່ຽວຈີນໃນໄລຍະບຸນກຸດຈີນ. ຫວ່າງກ່ອນນີ້ບໍ່ດົນ, ປະລິມານການຊອກຄົ້ນຂໍ້ມູນ ແລະ ສັ່ງຈອງປີ້ຍົນ ແລະ ການບໍລິການທ່ອງທ່ຽວທີ່ກ່ຽວຂ້ອງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ບໍລິສັດການບິນມີຫຼາຍແຫ່ງກ່າວວ່າ ຈະຕິດຕາມຄວາມຕ້ອງການດ້ານຖ້ຽວບິນຢ່າງໃກ້ຊິດ, ທັງມີແຜນຈະເພີ່ມຖ້ຽວບິນ ແລະ ເສັ້ນທາງການບິນຕາມຄວາມຕ້ອງການ.

ເມື່ອສັງເກດຈາກໄລຍະຍາວແລ້ວເຫັນວ່າ, ເສດຖະກິດແຫ່ງຊາດຈີນໄດ້ຮັກສາທ່ວງທ່າການພັດທະນາຢ່າງໝັ້ນທ່ຽງເປັນໄລຍະຍາວ, ເຊິ່ງໄດ້ຮັບປະກັນໃຫ້ຕະຫຼາດການທ່ອງທ່ຽວຕ່າງປະເທດຟື້ນຕົວຢ່າງຕໍ່ເນື່ອງ ແລະ ພັດທະນາໃນອະນາຄົດ, ຜົນປະໂຫຍດຈາກໂຄງປະກອບດ້ານອາຍຸຂອງປະຊາກອນຈີນກໍມີຜົນດີຕໍ່ການຮັບປະກັນການພັດທະນາທີ່ໝັ້ນທ່ຽງຂອງຕະຫຼາດການທ່ອງທ່ຽວຕ່າງປະເທດ. ເວັບໄຊ JingDaily ຂອງອາເມຣິກາລາຍງານວ່າ, ຕົ້ນປີ 2024, ນັກວິເຄາະຫຼາຍຄົນພາຍໃນວົງການຄາດຄະເນວ່າ ປີນີ້ ການທ່ອງທ່ຽວຕ່າງປະເທດຂອງຈີນຈະປະກົດມີການເຕີບໂຕ “ແບບກ້າວກະໂດດ”. ສະຖາບັນຄົ້ນຄວ້າເສດຖະກິດອົກສຟອດຄາດຄະເນວ່າ, ປີ 2024 ຈຳນວນຄົນຈີນທີ່ໄປທ່ອງທ່ຽວຕ່າງປະເທດຈະເພີ່ມຂຶ້ນໜຶ່ງເທົ່າເມື່ອທຽບໃສ່ປີ 2023. ປີ 2024 ຂໍໃຫ້ພວກເຮົາກຽມພ້ອມຕ້ອນຮັບງານມະໂຫລານແຫ່ງການທ່ອງທ່ຽວ, ຄອງຄອຍກະແສຟື້ນຕົວຂອງການທ່ອງທ່ຽວຈີນທີ່ຈະມາເຖິງ.

ພົນລະເມືອງຈີນຕັ້ງໃຈໄປທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ ຈະຊຸກຍູ້ໃຫ້ການທ່ອງທ່ຽວສາກົນຟື້ນຟູໄວຂຶ້ນ