ໝາກເຜັດແດງຕ້ອນຮັບການມາເຖິງຂອງໄລຍະການເກັບກ່ຽວທີ່ອຸດົມສົມບູນ

2018-08-14 15:46:01 |ມາຈາກ: Yunnan Gateway

ຫຼັງຈາກລະດູການ ລີ້ສິ່ວ ແລ້ວ,ໝາກເຜັດຂອງເມືອງສວນເອີ່ນກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງເອີ່ນຊືແຂວງຫູເປີຍໄດ້ເຂົ້າສູ່ໄລຍະການເກັບກ່ຽວ.

ການປູກຝັງໝາກເຜັດເປັນຂະແໜງການສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນທີ່ໄດ້ສົ່ງເສີມການຂະຫຍາຍຕົວໃນລະຫວ່າງຂະບວນການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແມ່ນຢໍາແລະໄດ້ປະສົມກັບປະສົບການປູກຝັງຂອງຊາວນາທ້ອງຖິ່ນ.ອີງຕາມຮູບແບບ “ບໍລິສັດ+ສະຖານທີ່ພື້ນຖານ+ຄອບຄົວທຸກຍາກ”,ແລະດຳເນີນການປູກຝັງຕາມການຈອງລ່ວງຫນ້າໂດຍປະສານກັບຄວາມຕ້ອງການຂອງຕະຫຼາດ,ຜົນຜະລິດຂອງມັນໄດ້ຈຳໜ່າຍໄປເຖິງຕະຫຼາດຂອງແຂວງຫູນານ,ແຂວງຫູເປີຍ,ແຂວງເສສວນ,ແຂວງກຸ້ຍໂຈ່ເປັນຕົ້ນ.