ສີມືທີ່ເກັ່ງສາມາດປະດິດສ້າງຊີວິດການເປັນຢູ່ທີ່ສວຍງາມໄດ້

2018-08-29 15:25:55 |ມາຈາກ: Yunnan Gateway

ນາງ ຢາງຮວຍຢິງ(ທາງຂວາ)ອາຍຸ 54 ປີໃນປັດຈຸບັນເປັນຕົວແທນຜູ້ສືບທອດມໍລະດົກວັດທະນະທຳນາມມະທຳແຂວງຢຸນນານ.ແມ່ຍິງຊົນເຜົ່າປາຍທົ່ວໄປທີ່ດຳລົງຊີວິດຢູ່ບ້ານເວີນໂອຕາແສງໄຮຕົ່ງນະຄອນຕ້າລີແຂວງຢຸນນານຜູ້ນີ້,ໂດຍອີງໃສ່ຄວາມຮັກຫອມຕໍ່ວັດທະນະທຳຂອງຊົນເຜົ່າຕົນເອງ,ບໍ່ພຽງແຕ່ນຳພາຄອບຄົວຂອງຕົນໃຫ້ມີຊີວິດການເປັນຢູ່ທີ່ດີດ້ວຍການຕັດເຈ້ຍແລະການຖັກແສ່ວເທົ່ານັ້ນ,ຍັງໄດ້ສິດສອນຫັດຖະກຳສີມືອັນເປັນມູນເຊື້ອປະເພດນີ້ໃຫ້ແກ່ຊາວຫນຸ່ມ,ນາງໄດ້ “ຕັດ” ຊີວິດທີ່ຫນ້າປະທັບໃຈອອກມາ ແລະ “ແສ່ວ”ຮູບແຕ້ມທີ່ເຕັມໄປດ້ວຍຄວາມສຸກອອກມາດ້ວຍມືຂອງຕົນ.