“ການຖັກແສ່ວ”ເສັ້ນທາງສູ່ຄວາມຮັ່ງມີຜາສຸກ

2018-10-15 16:36:08 |ມາຈາກ: Yunnan Gateway

“ແຕ່ກ່ອນບໍ່ມີສະຫະກອນ,ລາຍໄດ້ຂອງຊາວບ້ານມີພຽງແຕ່ປະມານ 1000 ຢວນໂດຍອີງຕາມການຂາຍຍ່ອຍຜ້າຖັກແສ່ວໃນແຕ່ລະເດືອນ,ຫຼັງຈາກທີ່ສະຫະກອນສ້າງຕັ້ງຂຶ້ນ, ຜະລິດຕະພັນຂອງການຖັກແສ່ວໄດ້ບັນລຸການຜະລິດແບບ “ສັ່ງຈອງລ່ວງຫນ້າ”,ລາຍໄດ້ຂອງຜູ້ທີ່ຖັກແສ່ວມີເຖິງ 2000 ກວ່າຢວນ,ເມື່ອມີໃບສັ່ງຈອງຈຳນວນຫຼາຍ,ການມີລາຍໄດ້ຕໍ່ເດືອນເຖິງ 3000 ຢວນກໍບໍ່ເປັນບັນຫາ.”ຈ່າງລິ້ງສົງ ກຳມະການສະພາປຶກສາຫາລືການເມືອງ ເມືອງຢວນຢາງແຂວງຢຸນນານແລະຫົວໜ້າຂອງສະຫະກອນການຖັກແສ່ວເປັນອາຊີບຂອງຊາວນາເມືອງນົ້ງ ຕາແສງຜ່ານຈື່ຮ່ວາ ໄດ້ເວົ້າວ່າ,ດຽວນີ້ຜູ້ທີ່ຖັກແສ່ວສາມາດອອກແບບແລະແສ່ວກະເປົາ,ຖົງພາຍ,ຜ້າພັນຄໍແລະເຄື່ອງນຸ່ງອື່ນໆໂດຍອີງຕາມຄວາມມັກຮັກຂອງຕົນ,ເຊິ່ງຜະລິດຕະພັນເຫຼົ່ານີ້ຈຶ່ງກາຍເປັນຜົນງານຫນຶ່ງດຽວທີ່ບໍ່ຄືໃຜ.