ບັນດາທາງດ່ວນສ້າງແຂວງຢຸນນານໃຫ້ສວຍງາມ

2018-10-17 16:15:00 |ມາຈາກ: Yunnan Gateway

ເອກະລັກພູມສັນຖານຂອງແຂວງຢຸນນານແມ່ນພູສູງເຫວເລິກ,ແມ່ນໍ້າໄຫລຜ່ານຫຼາຍສາຍ,ການກໍ່ສ້າງທາງຫຼວງມີຄວາມຫຍຸ້ງຍາກແລະການລິເລີ່ມກໍຊັກຊ້າ.ຈົນຮອດປີ 1996 ຈຶ່ງໄດ້ສຳເລັດການກໍ່ສ້າງເສັ້ນທາງດ່ວນເສັ້ນທຳອິດໃນທົ່ວແຂວງ——ທາງດ່ວນຈາກນະຄອນຄຸນໝິງຫາເມືອງສົ່ງໝິງ,ໄລຍະຄວາມຍາວຂອງມັນມີແຕ່ 45 ກິໂລແມັດເທົ່ານັ້ນ.ຫຼັງຈາກນັ້ນ,ການກໍ່ສ້າງທາງດ່ວນຂອງແຂວງຢຸນນານໄດ້ຮັບການຊຸກຍູ້ຢ່າງວ່ອງໄວ,ມາເຖິງເດືອນ ສິງຫາ ປີ 2018,ໄລຍະຄວາມຍາວຂອງທາງດ່ວນທີ່ສາມາດໃຫ້ບໍລິການມີເຖິງ 5086 ກິໂລແມັດແລ້ວ.

ຈາກ 45 ກິໂລແມັດເຖິງ 5086 ກິໂລແມັດ,ການພັດທະນາຂອງທາງດ່ວນ,ໄດ້ເປັນສັກຂີພິຍານ “ຄວາມໄວຂອງແຂວງຢຸນນານ”ໃນການປະຕິຮູບແລະເປີດປະຕູສູ່ໂລກພາຍນອກ.