ເຮືອບິນຮົບ J-20 ດຳເນີນການສະແດງ ເປັນຂອງຂວັນໃຫ້ແກ່ວັນລະນຶກຄົບຮອບການກໍ່ຕັ້ງກອງທັບອາກາດ

2018-11-12 16:23:25 |ມາຈາກ: 新华网

ໃນວັນທີ 11 ເດືອນພະຈິກ,ເຮືອບິນຮົບJ-20 ຈໍານວນ 4 ລຳທີ່ຖືກຕົບແຕ່ງໃໝ່ໄດ້ດຳເນີນການສະແດງປະມານ 8 ນາທີຢູ່ເທິງງານສະແດງການບິນແລະອະວະກາດປະເທດຈີນຄັ້ງທີ 12,ພາໃຫ້ງານສະແດງໃນຄັ້ງນີ້ເກີດມີບັນຍາກາດທີ່ຟົດຟື້ນມ່ວນຊື່ນ,ເຊິ່ງເປັນຂອງຂວັນໃຫ້ແກ່ວັນລະນຶກການກໍ່ຕັ້ງກອງທັບ ອາກາດປະຊາຊົນຄົບຮອບ 69 ປີ,ໄດ້ສະແດງໃຫ້ເຫັນເຖິງການເປີດກວ້າງຕໍ່ພາຍນອກແລະຄວາມໝັ້ນໃຈຂອງກອງທັບອາກາດປະຊາຊົນແຫ່ງປະເທດຈີນ.