“ກອງທັບແມ່ຍິງ”ໃນ “ສົງຄາມການຕໍ່ສູ້ກັບຄວາມທຸກຍາກ”

2018-11-26 16:01:06 |ມາຈາກ: Yunnan Gateway

ດຽວນີ້ກຳລັງເປັນລະດູໜາວ,ທີ່ສະຖານທີ່ “ການຕໍ່ສູ້ກັບຄວາມທຸກຍາກ”ຂອງເມືອງຢົງຈ່ຽງກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຕົ້ງພາກຕາເວັນອອກສຽງໃຕ້ແຂວງກຸ້ຍໂຈ່,ບັນດາ “ທະຫານແມ່ຍິງ”ກຳລັງກໍ່ສ້າງບ້ານເຮືອນຂອງຕົນຢ່າງຫ້າວຫັນ.ເຂົາເຈົ້າສ່ວນຫຼາຍແມ່ນແມ່ຍິງທີ່ຍັງດຳລົງຊີວິດຢູ່ຊົນນະບົດ,ເຮັດວຽກຢູ່ໃນຕຳແໜ່ງທີ່ບໍລິສັດກະສິກຳຫຼືໂຮງງານການຜະລິດສະຫນອງໃຫ້,ຄຽງຄູ່ກັບການໄດ້ຮໍ່າຮຽນເຕັກນິກໃໝ່ແລ້ວ,ຍັງໄດ້ຍ່າງເຂົ້າສູ່ເສັ້ນທາງການກໍ່ສ້າງຄວາມຮັ່ງມີທີ່ເອີ້ນວ່າ “ການປະກອບອາຊີບຢູ່ຕໍ່ໜ້າປະຕູເຮືອນ”ຂອງແມ່ຍິງເຂດພູດອຍ.