ເຂດທ່ອງທ່ຽວນາເກືອບູຮານຕັ້ງຢູ່ຕາແສງຊົນເຜົ່າຊ້າຊີບໍ່ເກືອເມືອງມາງຄາງເຂດປົກຄອງຕົນເອງເຜົ່າທິເບດ ສປ ຈີນ,ເປັນເຂດທ່ອງທ່ຽວລະດັບ 4A ແຫ່ງຊາດ,ທັງເປັນໜ່ວຍງານອະນຸລັກວັດຖຸບູຮານຂອງຊາດ,ຫ່າງຈາກຕົວເມືອງມາງຄາງ 120 ກິໂລແມັດ.
ຈາກການຢັ້ງຢືນທາງປະຫວັດສາດ,ບໍ່ເກືອເກີດມີປະຫວັດການຕາກເກືອມາຕັ້ງແຕ່ໄລຍະລາດຊະວົງຖາງ, ມາເຖິງປັດຈຸບັນກໍມີໄລຍະເວລາເຖິງ1400 ປີ.ມັນເຄີຍເປັນສະຖານີອັນສຳຄັນແຫ່ງໜຶ່ງໃນເສັ້ນທາງຂົນສົ່ງວັດຖຸດ້ວຍມ້າ.
ສະຖານທີ່ແຫ່ງນີ້ຍັງໄດ້ຮັກສາວິທີການຕາກເກືອດ້ວຍແຮງງານຄົນທີ່ດັ້ງເດີມທີ່ສຸດ.ຢູ່ແຄມສອງຝັ່ງຂອງແມ່ນໍ້າລ້ານຊ້າງທີ່ແຄບແລະຍາວເກືອບເຖິງ 500 ແມັດນັ້ນ,ໄດ້ແຈກຢາຍນາເກືອພັນກວ່າທົ່ງຈາກແຄມແມ່ນໍ້າຈົນເຖິງຈອມພູ.