ການປ່ຽນແປງອັນສວຍງາມຂອງ “ຕົວເມືອງແຫ່ງແສງສະຫວ່າງ”

2018-12-10 17:20:07 |ມາຈາກ: Yunnan Gateway

ຮູບພາບດັ່ງກ່າວແມ່ນທິວທັດຮອບດ້ານຂອງເມືອງຊຽງຮຸ່ງໃນທົດສະວັດທີ 8 ສະຕະວັດທີ 20(ຮູບພາບຂໍ້ມູນ);ຮູບພາບດ້ານລຸ່ມແມ່ນທິວທັດມຸມໜຶ່ງຂອງເມືອງຊຽງຮຸ່ງໃນປັດຈຸບັນ(ຖ່າຍຈາກມູມສູງໂດຍນັກຂ່າວຊິນຮວາ ຈ່ຽງເວີນຢ້າວ ໃນວັນທີ 30 ພະຈິກ)

ເມືອງຊຽງຮຸ່ງຕັ້ງຢູ່ແຄມແມ່ນໍ້າລ້ານຊ້າງ,ເປັນເມືອງເອກຂອງກິ່ງແຂວງປົກຄອງຕົນເອງເຜົ່າໄທລື້ສິບສອງພັນນາແຂວງຢຸນນານ. “ຊຽງຮຸ່ງ”ເປັນສຽງພາສາໄທລື້,ໝາຍຄວາມວ່າ “ຕົວເມືອງແຫ່ງແສງສະຫວ່າງ”.ໃນປີ 1982,ກິ່ງແຂວງສິບສອງພັນນາຖືກຈັດເຂົ້າໃນເຂດທ່ອງທ່ຽວອັນສຳຄັນແຫ່ງຊາດ,ຈຶ່ງເຮັດໃຫ້ຂະແໜງການທ່ອງທ່ຽວໄດ້ຮັບການພັດທະນາຢ່າງວ່ອງໄວ,ໃຊ້ເວລາພຽງແຕ່6 ປີ , ຈາກນັກທ່ອງທ່ຽວຈຳນວນບໍ່ຮອດ 10000 ຄົນໃນປີ 1986 ສາມາດບັນລຸຈຳນວນນັກທ່ອງທ່ຽວມາທ່ຽວກິ່ງແຂວງເຖິງ ລ້ານກວ່າຄົນໃນປີ 1992.

ໃນປັດຈຸບັນ,ການພັດທະນາການທ່ອງທ່ຽວແບບສັງລວມຂອງເມືອງຊຽງຮຸ່ງໄດ້ສ່ອງແສງອອກສະຖານະການອັນໃໝ່,ໃນປີ 2017,ໄດ້ໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດກາຍກວ່າ 18 ລ້ານຄົນ,ໄດ້ບັນລຸລາຍຮັບດ້ານການທ່ອງທ່ຽວທັງໝົດ 35,323 ຕື້ຢວນ.ຄຽງຄູ່ກັນກັບການກໍ່ສ້າງສິ່ງແວດລ້ອມທາງນິເວດທີ່ນັບມື້ນັບລົງເລິກຂຶ້ນແລະສິ່ງແວດລ້ອມການພັກຜ່ອນອາໄສຂອງປະຊາຊົນໄດ້ປັບປຸງດີຂຶ້ນກວ່າເກົ່າ,ການທ່ອງທ່ຽວຂອງເມືອງຊຽງຮຸ່ງໃນມື້ນີ້,ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວດ້ວຍຊັບພະຍາກອນທຳມະຊາດເທົ່ານັ້ນ,ຍັງໄດ້ອາໄສວັດທະນະທຳຕົວເມືອງທີ່ມະນຸດຢູ່ກັບທຳມະຊາດຢ່າງກົມກຽວປອງດອງນັ້ນມາດຶງດູດນັກທ່ອງທ່ຽວໃນທົ່ວໂລກອີກດ້ວຍ.