ໃນມື້ນີ້ນະຄອນນານກິ່ງຈັດພິທີໄວ້ອາໄລລວມຫມູ່ແຫ່ງຊາດ
ທົ່ວເມືອງຢືນສະຫງົບໄວ້ອາໄລໜຶ່ງນາທີ

2018-12-13 15:35:14 |ມາຈາກ: Yunnan Gateway

ມື້ນີ້, ເປັນວັນໄວ້ອາໄລລວມຫມູ່ແຫ່ງຊາດຂອງປະຊາຊົນທີ່ຖືກເຄາະຮ້າຍໃນຄະດີສັງຫານຫມູ່ທີ່ນານກິ່ງຄັ້ງທີ 5.ໃນຕອນເຊົ້າ,ພິທີການໄວ້ອາໄລລວມຫມູ່ແຫ່ງຊາດຈະຈັດຂຶ້ນທີ່ນະຄອນນານກິ່ງ.ພ້ອມດຽວກັນນັ້ນ,ລະບຽບການທ້ອງຖິ່ນວ່າດ້ວຍການການໄວ້ອາໄລລວມຫມູ່ແຫ່ງຊາດສະບັບທຳອິດ “ລະບຽບການຮັບປະກັນວ່າດ້ວຍການໄວ້ອາໄລລວມຫມູ່ແຫ່ງຊາດຂອງນະຄອນນານກິ່ງ”ມີຜົນສັກສິດນັບແຕ່ມື້ນີ້ເປັນຕົ້ນໄປ,ໃນນັ້ນມີການກຳນົດວ່າໃນວັນໄວ້ອາໄລລວມຫມູ່ແຫ່ງຊາດ,ທົ່ວເມືອງຈະຢືນສະຫງົບໄວ້ອາໄລນຳກັນໜຶ່ງນາທີ.

ຕາມການຈັດຕັ້ງ,ໃນວັນໄວ້ອາໄລລວມຫມູ່,ນອກຈາກຈັດພິທີໄວ້ອາໄລລວມຫມູ່ແຫ່ງຊາດຂອງປະຊາຊົນທີ່ຖືກເຄາະຮ້າຍໃນເຫດການສັງຫານຫມູ່ທີ່ນານກິ່ງແລ້ວ,ຍັງໄດ້ຈັດງານໄວ້ອາໄລອີກ 6 ລາຍການ.

ໃນນັ້ນໄດ້ລວມເອົາ:ການເອົາທຸງລົງເຄິ່ງເສົາ,ບາງເຂດເມືອງຂອງນະຄອນນານກິ່ງຈະຈັດງານໄວ້ອາໄລໃນເວລາດຽວກັນ,ຫໍພິພິທະພັນລະລຶກເຖິງການຕໍ່ສູ້ກູ້ຊາດໃນທົ່ວປະເທດຈະຈັດງານໄວ້ອາໄລໃນເວລາດຽວກັນ,ງານໄວ້ອາໄລທີ່ຈັດໂດຍສະມາຄົມຄົນຈີນຕ່າງດ້າວໃນຕ່າງປະເທດ,ອົງການ “ສັນຕິພາບໂລກ”,ຈັດກິດຈະກຳ “ໄຕ້ທຽນໄວ້ອາໄລ”.

ພາບຂອງສະຖານທີ່ຈັດການໄວ້ອາໄລລວມຫມູ່

ເພື່ອຮັບປະກັນບໍ່ໃຫ້ມີການລົບກວນພິທີການໄວ້ອາໄລທີ່ເຕັມໄປດ້ວຍຄວາມໂສກເສົ້າ,ຈຶ່ງກຳນົດບໍ່ໃຫ້ຈັດກິດຈະກຳບັນເທິງສາທາລະນະທີ່ຢູ່ອ້ອມຂ້າງພິທີການໄວ້ອາໄລລວມຫມູ່ແຫ່ງຊາດທັງໝົດ.

ພາບຂອງສະຖານທີ່ຈັດການໄວ້ອາໄລລວມຫມູ່

ນອກຈາກນີ້,ທີ່ປະເທດຍີ່ປຸ່ນ,ເພື່ອໄວ້ອາໄລຕໍ່ຜູ້ຖືກເຄາະຮ້າຍໃນເຫດການສັງຫານຫມູ່ແລະເປີດເຜີຍຄວາມໂຫດຮ້າຍຂອງກອງທັບຍີ່ປຸ່ນໃນການຮຸກຮານປະເທດຈີນ,ປະຊາຊົນຍີ່ປຸ່ນກໍໄດ້ຈັດງານໄວ້ອາໄລທີ່ເຂດ ຮີໂຣຊິມາ ໂອຊະກາ ນາໂກຢາ ຂອງປະເທດຍີ່ປຸ່ນ,ຮຽງຮ້ອງໃຫ້ປະຊາຊົນຈື່ຈຳປະຫວັດສາດ ແລະ ກໍ່ສ້າງອະນາຄົດອັນມີສັນຕິພາບມິດຕະພາບຂອງສອງຊາດ.