ຄວາມກ້າວໜ້າໃນການກໍ່ສ້າງເສັ້ນທາງດ່ວນ

2018-12-17 16:07:36 |ມາຈາກ: Yunnan Gateway

ເສັ້ນທາງດ່ວນຕຸ່ງເກີເປັນເສັ້ນທາງອັນສຳຄັນເສັ້ນໜຶ່ງຂອງແຂວງຢຸນນານທີ່ເຂົ້າສູ່ແຂວງເສ່ສວນແລະກຳແພງນະຄອນສົງຊິ້ງ,ຖ້າການກໍ່ສ້າງສຳເລັດແລ້ວຈະສາມາດປັບປຸງເຄືອຂ່າຍທາງຫຼວງຕົ້ນຕໍຂອງແຂວງຢຸນນານໃຫ້ຄົບຖ້ວນກວ່າເກົ່າ,ຮັບປະກັນໃຫ້ແກ່ການພັດທະນາທີ່ເປັນລະບົບດຽວກັນຂອງວົງການເສດຖະກິດຕົວເມືອງພາກກາງຂອງແຂວງຢຸນນານຢ່າງເຂັ້ມແຂງ.ພາຍໃນ 2 ປີທີ່ພະນັກງານຈາກກຸ່ມບໍລິສັດເສັ້ນທາງໄຟຟ້າປະເທດຈີນສາຂາກົມນະຄອນຊ່ຽງໄຮເຂົ້າຮ່ວມການກໍ່ສ້າງທາງດ່ວນຕຸ່ງເກີ,ເຂົາເຈົ້າໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆກໍຄື:ກໍລະນີດິນຖະຫລົ່ມທີ່ເກີດຂຶ້ນເລື້ອຍໆ, ຄວາມສັບສົນຂອງໂຄງສ້າງຊັ້ນດິນ,ພວກເຂົາໄດ້ນຳໃຊ້ເຕັກນິກໃໝ່ແລະວິທີການກໍ່ສ້າງໃໝ່ເຂົ້າໃນການກໍ່ສ້າງ,ຈຶ່ງເຮັດໃຫ້ການກໍ່ສ້າງມີຄວາມກ້າວຫນ້າໄປຢ່າງສະດວກ.