ການປ່ຽນແປງໃນໄລຍະ 40 ປີຂອງຄຸນໝິງຈາກກ້ອງຖ່າຍຮູບຂອງ “ຊາວຄຸນໝິງດັ້ງເດີມ”

2018-12-18 15:44:14 |ມາຈາກ: Yunnan Gateway

ທີ່ເຂດເມືອງໃໝ່ເສິງກົ້ງຂອງນະຄອນຄຸນໝິງ,ທ່ານ ຈ່າງເວີ້ຍໝິນ ກຳລັງຈັດການກັບອາລະບໍ້າຮູບຕໍ່ໜ້າຄອມພິວເຕີ,ແຕ່ລະຮູບໄດ້ບັນທຶກໂສມໜ້າ ແຜນຜັງການກໍ່ສ້າງແລະຮ່ອງຮອຍການປ່ຽນແປງຂອງຕົວເມືອງ,ເພິ່ນໄດ້ເອົາຮູບເກົ່າມາປຽນທຽນກັບຮູບໃໝ່,ເພື່ອຮັກສາຂໍ້ມູນຮູບພາບແລະວິດີໂອອັນລໍ້າຄ່າໄວ້ໃຫ້ແກ່ຄົນລຸ້ນຫລັງ.

ຮູບພາບເກົ່າສ່ວນຫຼາຍໄດ້ພາໃຫ້ຄົນນຶກເຖິງໄລຍະ 30 40 ປີກ່ອນຂອງນະຄອນຄຸນໝິງ.ຊຸມປີນີ້ ລາວໄດ້ຖ່າຍຮູບຂອງຄຸນໝິງໃນສະຖານທີ່ອັນດຽວກັນອີກເທື່ອໜຶ່ງ,ຜ່ານການປຽບທຽບ ໄດ້ສ່ອງແສງໃຫ້ເຫັນເຖິງການປ່ຽນແປງອັນຍິ່ງໃຫຍ່ໃນ 40 ປີພາຍຫຼັງຈາກການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກຂອງຈີນທີ່ນະຄອນຄຸນໝິງ.