ໃນວັນທີ 18 ທັນວາ,ຫິມະໄດ້ຕົກຢ່າງຫນັກທີ່ເມືອງຊັງເກີຣີລາຂອງກິ່ງແຂວງປົກຄອງຕົນເອງເຜົ່າທິເບດຕີຊີ້ງແຂວງຢຸນນານ.ໂດຍໄດ້ຮັບອິດທິພົນຂອງອາກາດ,ກິ່ງແຂວງຕີຊີ້ງໄດ້ຮັບການມາຂອງຫິມະຕົກອັນຮ້າຍແຮງຄັ້ງທຳອິດພາຍຫຼັງໄດ້ເຂົ້າສູ່ລະດູໜາວ,ໃນນັ້ນ,ເຂດທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລບາງເຂດຍັງປະກົດມີຫິມະຕົກໃນລະດັບທີ່ຮ້າຍແຮງ ແລະ ໜັກໜ່ວງ.ໃນເວລາ14 ໂມງ 35 ນາທີ ຕາມເວລາທ້ອງຖິ່ນ,ສະຖາບັນອຸຕຸນິຍົມຂອງກິ່ງແຂວງຕີຊີ້ງໄດ້ປະກາດເຕືອນຫິມະຕົກຮ້າຍແຮງໃນລະດັບສີຟ້າ.ຫິມະຕົກຕະຫລອດໃນຊ່ວງຕອນບ່າຍ,ຫິມະປົກຫຸ້ມເມືອງຊັງເກີຣີລາຄືກັບຢູ່ໃນນິທານ.