ການຄົ້ນຄວ້າດ້ວຍຕົນເອງພາໃຫ້ “ດອກໄມ້ຢຸນນານ”ສ່ອງແສງສະຫວ່າງອັນໃໝ່ອອກມາ

2018-12-21 15:47:07 |ມາຈາກ: Yunnan Gateway

ກິດຈະກຳການສຳພາດທີ່ປິ່ນອ້ອມຫົວຂໍ້ “ຜະລິດຕະພັນສີຂຽວຂອງຢຸນນານ ຊົມໃຊ້ສິ່ງທີ່ດີຮ່ວມກັນ•ກິ່ນຫອມດອກໄມ້ຢຸນນານທີ່ປິວໄປທົ່ວໂລກ ”ໄດ້ຈັດຂື້ນໃນຫວ່າງມໍ່ໆມານີ້.ໃນວັນທີ 18ນັກຂ່າວໄດ້ສັງເກດເຫັນດອກໄມ້ຕັດສົດຫລາກຫລາຍປະເພດທີ່ອຸດົມສົມບູນແລະມີຮູບຊົງແຕກຕ່າງກັນທີ່ສວນດອກໄມ້ພູນານກໍຂອງບໍລິສັດຢາງເຢຈີ້ຄຸນໝິງ,ຊຸມປີນີ້,ສວນດັ່ງກ່າວໄດ້ສຸມກຳລັງເຂົ້າໃນການເລືອກແລະການບຳລຸງແນວພັນແລະເປີດຕົວຜະລິດຕະພັນໃໝ່ຢ່າງຕັ້ງໃຈ,ພະຍາຍາມເຊື່ອມໂຍງຂະແໜງອຸດສາຫະກຳ ຂະແໜງກະສິກຳແລະຂະແໜງການບໍລິການເຂົ້າຫາກັນ,ພ້ອມດຽວກັນນັ້ນຍັງມີແນວພັນໃໝ່ຫຼາຍປະເພດທີ່ຄົ້ນຄວ້າປະດິດສ້າງດ້ວຍຕົນເອງ.