ລະດູໜາວຂອງຄຸນໝິງເໝືອນລະດູບານໃໝ່

2018-12-26 16:53:59 |ມາຈາກ: Yunnan Gateway

ຊຸມມື້ນີ້ ດອກຊາກຸລະລະດູໜາວທີ່ທາງຕາເວັນຕົກຫົງຖາໄດ້ເບັ່ງບານຢ່າງຟົດຟື້ນແລະງາມເໝືອນຮູບແຕ້ມ ເຊິ່ງກາຍເປັນຖະໜົນທີ່ໄດ້ຮັບຄວາມນິຍົມໃນອິນເຕີເນັດແລະຊາວເມືອງຫຼາຍ.ຫຼັງຈາກມື້ອາຍັນ(ກາງເວັນສັ້ນກາງຄືນຍາວ)ເປັນຕົ້ນມາ ນະຄອນຄຸນໝິງກໍອົບອຸ່ນຄືລະດູບານໃໝ່ ດອກຊາກຸລະລະດູໜາວພາຍໃນເຂດເທດສະບານຂອງຄຸນໝິງກໍໄດ້ເຂົ້າສູ່ໄລຍະເບັ່ງບານ ຈຶ່ງໄດ້ນຳເອົາສີສັນອັນຟົດຟື້ນມາໃຫ້ແກ່ລະດູໜາວຂອງນະຄອນຄຸນໝິງ.